黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເພດານໜີ້ສິນຂອງອາເມຣິກາຈະຄົບກຳນົດແລ້ວໃນໄວໆນີ້

2021-10-07 16:40:43 CRI

ສື່ມວນຊົນອາເມຣິກາລາຍງານວ່າ: ອາເມຣິກາພວມປະເຊີນກັບວິກິດການບົ່ມຊ້ອນທີ່ຈະຜິດນັດຊຳລະໜີ້ຄັ້ງທຳອິດໃນປະຫວັດສາດ, ສະມາຊິກສະພາສູງທີ່ສັງກັດພັກດີໂມເກຣດໄດ້ມີແຜນຈະລົງຄະແນນສຽງໃນວັນທີ 6 ຕຸລານີ້ຕາມເວລາທ້ອງຖິ່ນ ເພື່ອຍົກເລີກເພດານໜີ້ສິນຂອງອາເມຣິກາຊົ່ວຄາວ, ແຕ່ສະມາຊິກພັກຣີພັບບຼີກັນໄດ້ໃຫ້ຄຳເຫັນຢ່າງຈະແຈ້ງແລ້ວວ່າ ຈະສະກັດກັ້ນບໍ່ໃຫ້ຜ່ານການຮັບຮອງໃນການລົງຄະແນນສຽງເທື່ອນີ້.

ຖ້າວ່າບໍ່ມີແຜນແກ້ໄຂທີ່ຊັດເຈນສະບັບໜຶ່ງ, ການກະທຳດັ່ງກ່າວຂອງລັດຖະສະພາອາເມຣິກາອາດຈະສົ່ງຜົນເຮັດໃຫ້ລັດຖະບານອາເມຣິກາຕ້ອງຜິດນັດຊຳລະໜີ້ ທີ່ບໍ່ເຄີຍມີມາກ່ອນ. ນັກວິເຄາະກ່າວວ່າ: ນີ້ຈະເປັນການທຳລາຍລະບົບການເງິນທົ່ວໂລກ, ເຮັດໃຫ້ຕົ້ນທຶນກູ້ຢືມເພີ່ມຂຶ້ນ ແລະ ທຳລາຍໂອກາດການປະກອບອາຊີບນັບເປັນຫຼາຍລ້ານຕຳແໜ່ງ.

ທ່ານນາງຈາເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາ ກ່າວວ່າ: ຖ້າວ່າລັດຖະສະພາບໍ່ຍົກສູງຈຳນວນກູ້ຢືມເງິນຂຶ້ນອີກ 28.400 ຕື້ໂດລາສະຫະລັດ, ການເງິນລັດຖະບານອາເມຣິກາກໍຈະບົກແຫ້ງຢູ່ລະຫວ່າງວັນທີ 18 ຕຸລານີ້.

ຄຳ​ເຫັນ

0