黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາປະ​ກາດ​ຈຳ​ນວນ​ຫົວຮົບ​ນິວ​ເຄຼຍ​ຂອງ​ຕົນ​ຄັ້ງ​ໃໝ່

2021-10-07 15:47:18 cri

​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ໄດ້ເປີດ​ເຜີຍ​ໃນ​ວັນ​ທີ 5 ຕຸ​ລາ​ນີ້​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ກັນ​ຍາ​ປີ 2020, ອາ​ເມ​ຣິ​ກາ​ມີ​ຫົວ​ຮົບ​ນິວ​ເຄຼຍ 3.750 ລູກ, ​ນີ້​ແມ່ນອາ​ເມ​ຣິ​ກາ​​ປະ​ກາດ​ຈຳ​ນວນ​ຫົວ​ຮົບ​ນິວ​ເຄຼຍ​ຂອງ​ຕົນ​ອີກ​ຄັ້ງ​ຫຼັງ​ຈາກ​ການ​ປະ​ກາດ​ຄັ້ງ​ກ່ອນ​ຜ່ານ​ມາ 4 ປີ.

ກົມ​ຄວບຸມ, ກວດ​ສອບ​ແລະ​ປະ​ຕິ​ບັດ​ງານ​ຂອງ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ບັນ​ຊີ​ຕົວ​ເລກ​ຫົວ​ຮົບ​ນິວ​ເຄຼຍ​ໃນ​ວັນ​ທີ 5 ຕຸ​ລາ​ນີ້. ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ວັນ​ທີ 30 ກັນ​ຍາ​ປີ 2020 ເຊິ່ງ​ເປັນ​ເດືອນ​ສຸດ​ທ້າຍ​ຂອງ​ປີ​ງົບ​ປະ​ມາ​ນ 2020, ຈຳ​ນວນ​ຫົວ​ຮົບ​ນິວ​ເຄຼຍ​ຂອງ​ອາ​ເມ​ຣິ​ກາ​​ມີ 3.750 ລູກ, ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019 ໄດ້​ຫຼຸດ​ລົງ 55 ລູກ. ຫົວ​ຮົບ​ນິວ​ເຄຼຍ 3.750 ລູກ​ເຫຼົ່າ​ນີ້​ລວມ​ທັງ​ຫົວ​ຮົບ​ນິວ​ເຄຼຍ​ທີ່​ກຳ​ລັງ​ປະ​ຈຳ​ການ​ແລະ​ໃນ​ສາງ​ສ​ະ​ສົມ​, ​ແຕ່​ບໍ່​ລວມ​ທັງ​ຫົວ​ຮົບ​ນິວ​ເຄຼຍ​ທີ່​​ປະ​ຈຳ​ການ​ອອກ​ແລະ​ລໍ​ຖ້າ​ການ​ມ້າງ​ທຳ​ລາຍ​ເຫຼົ່າ​ນັ້ນ.

ຄຳ​ເຫັນ

0