蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ຈະ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ 3 ຄັ້ງ​ຢູ່​ຕາມ​ຊາຍ​ແດນ​ອັ​ຟ​ກາ​ນິ​ສະ​ຖານ​ໃນ​ເດືອນ​ຕຸ​ລາ​ນີ້

2021-10-07 14:37:33 CRI

ວັນ​ທີ 5 ຕຸ​ລາ​ນີ້, ​ຫ້ອງ​ການ​ຖະ​ແຫຼງຂ່າວ​ເຂດ​ທະ​ຫານ​ພາກ​ກາງ​ຣັດ​ເຊຍ​ໄດ້​ຖະ​ແຫຼງ​ວ່າ: ຣັດ​ເຊຍ​ຈະ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ປະ​ເທດ​ພາ​ຄີ​ອົງ​ການ​ສົນ​ທິ​ສັນ​ຍາ​ຄວາມ​ໝັ້ນ​ຄົງ​ຮວມ​ໝູ່ 3 ຄັ້ງ​ຢູ່​ຕາມ​ຊາຍ​ແດນ​ອັ​ຟ​ກາ​ນິ​ສະ​ຖານ​ໃນ​ເດືອນ​ຕຸ​ລາ​ນີ້.

ເພື່ອ​ຮັບ​ມື​ກັບ​ສະ​ຖາ​ນະ​ກາ​ນ​ຢູ່​ອັ​ຟ​ກາ​ນິ​ສະ​ຖານ, ຫຼາຍ​ປະ​ເທດ​ພາ​ຄີ​ອົງ​ການ​​ສົນ​ທິສັນ​ຍາ​ຄວາມ​ໝັ້ນ​ຄົງ​ຮວມ​ໝູ່ ເຊັ່ນ: ຣັດ​ເຊຍ: ອູ​ສ​ເບ​ກີ​ສະ​ຖານ ແລະ ຕາ​ຈີ​ກີ​​ສະ​ຖານ ເປັນ​ຕົ້ນ​ໄດ້​ຈັດ​ການ​ຊ້ອມ​ຮົບ​ຮ່ວມຫຼາຍ​ຄັ້ງ​ໃນ​ເດືອນ​ສິງ​ຫາ​ປີ​ນີ້ ເພື່ອ​ຮັບ​ມື​ກັບ​​ການ​ປ່ຽນ​ແປງ​ຂອງສະ​ຖາ​ນະ​ການ​​ຢູ່ອັ​ຟ​ກາ​ນິ​ສະ​ຖານ.

ຄຽງ​ຄູ່​ກັບ​ການ​ປ່ຽນ​ແປງ​ຂອງ​ສະ​ຖາ​ນະ​ການ​ພາຍ​ໃນ​ປະ​ເທດ​ອັ​ຟ​ກາ​ນິ​ສະ​ຖານ, ​ປະ​ເທດ​ພາ​ຄີອົງ​ການ​ສົນ​ທິ​ສັນ​ຍາ​ຄວາມ​ໝັ້ງ​ຄົງ​ຮວມ​ໝູ່​ກໍ​ໄດ້​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ອັ​ຟ​ກາ​ນິ​ສະ​ຖານ​ກັບ​ປະ​ເທດ​ໃກ້​ຄຽງ. ຕາມ​ຂ່າວ​ສານ​ຕາ​ສ​ຂອງ​ຣັດ​ເຊຍ​ລາຍ​ງານ​ວ່າ: ທ່ານ​ວະ​ລາ​ດິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ: ປະ​ເທດ​ພາ​ຄີ​ອົງ​ການ​ສົນ​ທິສັນ​ຍາ​ຄວາມ​ໝັ້ນ​ຄົງ​ຮວມ​ໝູ່​ຄວນ​ທຳ​ການ​ກະ​ກຽ​ມ​ໃຫ້​ດີ ເພື່ອ​ຕີ​​ຖອຍ​ໄພ​ຂົ່ມ​ຂູ່​​ຈາກພາຍນອກ. ທ່ານ​ເຊີ​ເກ ໂຊ​ອີ​ກູ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ກໍ​ກ່າວ​ວ່າ: ຖ້າ​ປະ​ເທດ​ພາ​ຄີ​ອົງ​ການ​ສົນ​ທິ​ສັນ​ຍາ​ຄວາມ​ໝັ້ນ​ຄົງ​ຮວມ​ໝູ່​ປະ​ສົບ​ໄພ​ຂົ່ມ​ຂູ່, ຣັດ​ເຊຍ​ກໍຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ການ​ທະ​ຫານ.

ຄຳ​ເຫັນ

0