尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຳເລັດການສ້າງສະຖານີວຽງຈັນທີ່ເປັນສະຖານີໃຫຍ່ທີ່ສຸດຂອງທາງລົດໄຟຈີນ-ລາວ

2021-10-07 17:31:29 cri

     ວັນທີ 6 ຕຸລານີ້, ອາຄານຜູ້ໂດຍສານຂອງສະຖານີວຽງຈັນເຊິ່ງເປັນສະຖານີທີ່ໃຫຍ່ທີ່ສຸດຂອງທາງລົດໄຟຈີນ-ລາວທີ່ຮັບເໝົາກໍ່ສ້າງໂດຍບໍລິສັດກໍ່ສ້າງທາງລົດໄຟຈີນໄດ້ສ້າງສຳເລັດດ ແລະເປີດຕົວແລ້ວ, ເຊິ່ງເປັນບາດກ້າວໃໝແຫ່ງການຈະເປີດບໍລິການທາງລົດໄຟຈີນ-ລາວຕະຫຼອດສາຍ.

     ສະຖານີວຽງຈັນຕັ້ງຢູ່ນະຄອນຫຼວງວຽງຈັນ, ເນື້ອທີ່ກໍ່ສ້າງຂອງອາຄານສະຖານີແມ່ນ 14543,45 ຕາແມັດ, ຕາມການອອກແບບແມ່ນມີຊານສາລາສະຖານີລົດໄຟ 3 ແຫ່ງແລະມີທາງລົດໄຟ 5 ສາຍ(ລວມທັງສາຍຫລັກ), ສາມາດສ້າງຊານສາລາສະຖານີລົດໄຟເພີ່ມຕື່ມໄດ້ອີກ 2 ແຫ່ງແລະທາງລົດໄດ້ອີກ 2 ສາຍ, ສາມາດບັນຈຸຜູ້ໂດຍສານໄດ້ 2.500 ຄົນ, ແມ່ນສະຖານີຂົນສົ່ງຜູ້ໂດຍສານທີ່ມີເນື້ອທີ່ໃຫຍ່ກວ່າໝູ່ຂອງທາງລົດໄຟຈີນ-ລາວ.

      ປັດຈຸບັນ, ຄະນະກໍ່ສ້າງໂຄງການດັ່ງກ່າວພວມເລັ່ງເຮັດວຽກຕົບແຕ່ງຕ່າງໆ,ເພື່ອກຽມພ້ອມໃຫ້ແກ່ການທົດສອບຕາມພາຍຫຼັງ.

ຄຳ​ເຫັນ

0