尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນແລະຣັດເຊຍອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການປະຕິບັດສັນຍາວ່າດ້ວຍການເກືອດຫ້າມອາວຸດຊີວະພາບ

2021-10-08 15:25:26 cri

      ຄະນະກຳມະການຄວາມໝັ້ນຄົງແລະຫຼຸດກຳລັງຮົບສາກົນຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 76 ໄດ້ສືບຕໍ່ຈັດການອະພິປາຍໂດຍທົ່ວໄປໃນວັນທີ 7 ຕຸລານີ້. ທ່ານ ເກີງສວງ  ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ຕາງໜ້າຈີນແລະຣັດເຊຍກ່າວຄຳປາໄສຮ່ວມ ໂດຍໄດອ່ານເນື້ອໃນຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການປະຕິບັດສັນຍາວ່າດ້ວຍການເກືອດຫ້າມອາວຸດຊີວະພາບທີ່ລັດຖະມົນຕີກະຊວງການຕ່າງປະເທດຂອງສອງປະເທດໄດ້ເປີດເຜີຍໃນມື້ດັ່ງກ່າວ.

      ໃນຖະແຫຼງການ, ຈີນແລະຣັດເຊຍໄດ້ກ່າວເນັ້ນໜັກເຖິງສັນຍາວ່າດ້ວຍການເກືອດຫ້າມອາວຸດຊີວະພາບເຊິ່ງແມ່ນເສົາຄ້ຳທີ່ສຳຄັນທີ່ສຸດສຳລັບສັນຕິພາບແລະຄວາມໝັ້ນຄົງສາກົນ, ຄວນໄດ້ຮັບການເຄົາລົບປະຕິບັດຢ່າງຮອບດ້ານແລະຄວນເຂັ້ມງວດຕື່ມອີກ.ຈີນແລະຣັດເຊຍໄດ້ສັງເກດເຫັນວ່າ: ເນື່ອງຈາກອາເມຣິກາບໍ່ເອົາຫົວຊານຳຄວາມເຫັນຮ່ວມກັນຂອງບັນດາຝ່າຍແລະຖອນອອກຈາກສັນຍາແຕ່ຝ່າຍດຽວໃນປີ 2001, ໃນໄລຍະ 20 ປີຜ່ານມານີ້, ປະເທດທີ່ໄດ້ເຊັນສັນຍາດັ່ງກ່າວບໍ່ສາມາດຟື້ນຟູການເຈລະຈາຫຼາຍຝ່າຍກ່ຽວກັບສັນຍາວ່າດ້ວຍການສຳຫຼວດກວດກາຄືນໃໝ່. ການທີ່ອາເມຣິກາກໍຄືປະເທດພັນທະມິດໄດ້ດຳເນີນການເຄື່ອນໄຫວວຽກງານຊີວະພາບເປັນການທະຫານຢູ່ຕ່າງປະເທດໄດ້ເຮັດໃຫ້ປະຊາຄົມໂລກໃຫ້ຄວາມສົນໃຈແລະມີຄວາມລະແວງສົງໄສຢ່າງໜັກໜ່ວງຕໍ່ການເຄົາລົບການປະຕິບັດສັນຍາຂອງເຂົາເຈົ້າ, ເຊິ່ງໄດ້ເປັນໄພຂົ່ມຂູ່ທີ່ໜັກໜ່ວງຕໍ່ຄວາມໝັ້ນຄົງແຫ່ງຊາດຂອງຈີນແລະຣັດເຊຍ, ທຳລາຍຄວາມໝັ້ນຄົງຂອງພາກພື້ນທີ່ກ່ຽວຂ້ອງ. ອາເມຣິກາກໍຄືປະເທດພັນທະມິດຄວນໃຫ້ຄວາມກະຈ່າງແຈ້ງກ່ຽວກັບການເຄື່ອນໄຫວທີ່ຫັນວຽກງານຊີວະພາບເປັນການທະຫານໃນແດນຕົນແລະຢູ່ຕ່າງປະເທດດ້ວຍທ່າທີທີ່ເປີດເປີຍ,ມີຄວາມໂປ່ງໃສແລະຄວາມຮັບຜິດຊອບ.

ຄຳ​ເຫັນ

0