覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາ​ຄາ​ພະ​ລັງ​ງານ​ຢູ່ເອີ​ຣົບ​​ຖີບຕົວ​ສູງ​ຂຶ້ນ​ເນື່ອງ​ຈາກຂາດ​ແຄນ​ພະ​ລັງ​ງານ

2021-10-08 14:17:46 cri

ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ພາ​ກ​ພື້ນ​ເອີ​ຣົບ​ເຊິ່ງ​ລວມ​ທັງ​ສະ​ຫະ​ພາບ​ເອີ​ຣົບ​ແລະ​ອັງ​ກິດ​ຕ່າງ​ກໍ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ການ​​ຂາດແຄນ​ພະ​ລັງ​ງານ​ແລະ​ລາ​ຄາ​ພະ​ລັ​ງ​ງານ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ວັນ​ທີ 6 ຕຸ​ລາ​ນີ້, ທ່ານວ​ະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ຢືນ​ຢັນ​ວ່າ ຈະ​ເພີ່ມ​ການ​ສະ​ໜອງ​ແກັ​ສ​ທຳ​ມະ​ຊາດ​ໃຫ້​ເອີ​ຣົບ.
 

 ວັນ​ທີ 7 ຕຸ​ລາ​ນີ້, ທ່ານ​ດີ​ມີ​ຕ​ຣີ ເປັ​ສ​ໂຄ​ຟ ​ໂຄ​ສົກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ: ກ່ອນ​ທີ່​ທໍ່​ສົ່ງ​ແກັ​ສ Nord Stream 2 ຈະ​ເປີດ​ນຳ​ໃຊ້​ເພື່ອ​ສົ່ງ​ແກັ​ສ​ທຳ​ມະ​ຊາດນັ້ນ, ຣັດ​ເຊຍ​ຈະ​ນຳ​ໃຊ້​ທໍ່​ສົ່ງ​ແກັ​ສ​ທຳ​ມະ​ຊາດ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ ແລະ​ມີ​ຄວາມ​ສາ​ມາດ​ໃນ​ການ​ເພີ່ມ​ປະ​ລິ​ມານ​ການ​ສະ​ໜອງ​ແກັ​ສ​ທຳ​ມະ​ຊາດ​ໃຫ້​ເອີ​ຣົບໄດ້.
 

 ຕາມ​ຂໍ້​ມູນ​ສະ​ຖິ​ຕິ​ຂອງ​ຕະຫຼາດ​ຊື້​ຂາຍສິນ​ຄ້າ​ຂ້າມ​ທະ​ວີບຫຼື ICE ສະ​ແດງ​ໃຫ້​ເຫັນ​ວ່າ:​​ວັນ​ທີ 7 ຕຸ​ລາ​ນີ້, ລາ​ຄາອາຍ​ແກັ​ສ​ທຳ​ມະ​ຊາດTTF ຂອງໂຮນ​ລັງ​ທີ່​​ຈະ​ມອບ​ສິນ​ຄ້​າ​ໃນ​ເດືອນ​ພະ​ຈິກ ໄດ້ຫຼຸດ​ລົງເກືອບ 22% ເມື່ອ​ທຽບ​ໃສ່​ລາ​ຄາ​​ປິດຕະຫຼາດ​ໃນ​ວັນ​ທີ 6 ຕຸ​ລາ​ນີ້, ຄື​ຢູ່​ໃນ​ລະ​ດັບ​ຕ່ຳ​ກວ່າ 1.000 ໂດ​ລາ​ສະ​ຫະ​ລັດ​ຕໍ່ 1.000ແມັດ​ກ້ອນ ຄື 973 ໂດ​ລາ​ສະ​ຫະ​ລັດ.

ຄຳ​ເຫັນ

0