尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນການສຶກສາສຳລັບຄູຂອງ UNESCO ສ້າງຕັ້ງຂຶ້ນແລະເປີດປ້າຍຢູ່ນະຄອນຊຽງໄຮ

2021-10-08 18:45:00 cri

      ວັນທີ 7 ຕຸລານີ້, ສູນການສຶກສາສຳລັບຄູຂອງອົງການການສຶກສາ,ວັດທະນະທຳແລະວິທະຍາສາດຂອງອົງການສະຫະປະຊາຊາດຫຼື UNESCO ໄດ້ສ້າງຕັ້ງຂຶ້ນແລະເປີດປ້າຍຢູ່ນະຄອນຊຽງໄຮປະເທດຈີນ. ຫຼັງຈາກໄດ້ອອກແບບແລະກໍ່ສ້າງເປັນເວລາເກືອບ 4 ປີ, ສູນດັ່ງກ່າວເປັນອົງການອັນດັບສອງຂອງອົງການສະຫະປະຊາຊາດດ້ານການສຶກສາແຫ່ງທຳອິດຢູ່ນະຄອນຊຽງໄຮໄດ້ສ້າງຕັ້ງຂຶ້ນແລະເລີ່ມດຳເນີນງານຢ່າງເປັນທາງການ, ເຊິ່ງຈະເປັນການປະກອບສ່ວນຂອງຈີນເຂົ້າໃນການບໍລິຫານງານດ້ານການສຶກສາຂອງໂລກແລະການບໍລິການການພັດທະນາວຽກງານການສຶກສາເພື່ອມວນມະນຸດ.
 

      ຂ່າວແຈ້ງວ່າ: ສູນດັ່ງກ່າວຈະປະຕິບັດຕາມທິດທາງ “ແຜນການການສຶກສາ,ຖືຄູເປັນພື້ນຖານ”ໂດຍມີຈຸດປະສົງເພື່ອໃຫ້ບໍລິການການສຶກສາສຳລັບຄູຂອງໂລກ ໂດຍສະເພາະແມ່ນໃຫ້ບໍລິການແລະສະໜັບສະໜູນການສ້າງຄວາມສາມາດດ້ານຄຸນວຸດທິຂອງຄູແລະອາຈານໃນເຂດອາຊີປາຊີຟິກແລະປະເທດພວມພັດທະນາໃນທະວີບອາຟຣິກາ.
 

      ຜູ້ຕາງໜ້າຂອງຜູ້ອຳນວຍການໃຫຍ່ອົງການ UNESCO ໄດ້ກ່າວຄຳປາໄສຜ່ານທາງວິດີໂອໂດຍໄດ້ສະແດງຄວາມຊົມເຊີຍຕໍ່ການສ້າງຕັ້ງຄະນະບໍລິຫານງານຊຸດທຳອິດແລະການສ້າງສູນການສຶກສາສຳລັບຄູຂອງ UNESCO. ທ່ານກ່າວວ່າ: ການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດຕ້ອງການກຳລັງແຮງຂອງຈີນ, UNESCO ຈະສຸມທຸກກຳລັງຈົນສຸດຄວາມສາມາດຂອງຕົນເຂົ້າໃນການສະໜັບສະໜູນການພັດທະນາສູນການສຶກສາສຳລັບຄູ,ເພື່ອໃຫ້ການສະໜັບສະໜູນຫຼາຍກວ່າເກົ່າໃນການຫັນປ່ຽນຮູບແບບການພັດທະນາຂອງຄູແລະອາຈານ.

ຄຳ​ເຫັນ

0