覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຝ​ຣັ່ງ​ປະ​ຈຳ​ອົ​ສ​ຕ​ຣາ​ລີ ​ທີ່​ຖືກ​ຮຽກ​ຄືນ​ປະ​ເທດ​ນັ້ນ​ຈະ​ເດີນ​ທາງ​ກັບ​ຄືນໄປ​ປະ​ເທດ​ອົ​ດ​ຕ​ຣາ​ລີ

2021-10-08 11:26:27 cri

 ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝ​ຣັ່ງ​ໄດ້​ປະ​ກາດ​ໃນ​ວັນ​ທີ 7 ຕຸ​ລາ​ນີ້​ວ່າ: ເອກ​ອັກ​ຄະ​ລັດ​ຖະ​ທູດ​​ຝ​ຣັ່ງ​ປະ​ຈຳອົ​ສ​ຕ​ຣາ​ລີ ​ທີ່​ຖືກ​ຮຽກ​ຄືນ​ປະ​ເທດ​ເນື່ອງ​ຈາກ​ “ວິ​ກິດ​ການ​ເຮືອ​ດຳ​ນ້ຳ” ​ກ່ອນ​ໜ້າ​ນີ້ ຈະ​ເດີນ​ທາງ​ກັບ​ຄືນ​ໄປ​​ປະ​ຈຳ​ການ​ຢູ່ປະ​ເທດ​ອົ​ສ​ຕ​ຣາ​ລີ​ອີກ.
 

 ໂຄ​ສົກ​ທ່າ​ນ​ນີ້​ກ່າວ​ຢືນ​ຢັນ​ໃນ​ພິ​ທີ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ຕຸ​ລາ​ນີ້​ວ່າ: ວັນ​ທີ 6 ຕຸ​ລາ​ນີ້, ທ່ານ​ຊອງ ອີ​ຟ ເລີ​ດີ​ຢອງ  ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝ​ຣັ່ງ​ໄດ້​ມອບ​ໝາຍໃຫ້​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝ​ຣັ່ງ​ປະ​ຈຳ​ອົ​ສ​ຕ​ຣາ​ລີ​ກັບ​ຄືນ​ປະ​ເທດ​ອົ​ສ​ຕ​ຣາ​ລີ, ໃນ​ຂະ​ນະ​ດຽວ​ກັນ, ທ່ານ​ຊອງ ອີ​ຟ ເລີ​ດີ​ຢອງ​ໄດ້​ແນະ​ນຳໃຫ້​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝ​ຣັ່ງ​​ວ່າ: ເມື່ອ​ກັບ​ຄືນ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ອົ​ສ​ຕ​ຣາ​ລີ​ແລ້ວ​ຕ້ອງ​ຕີ​ຄວາມ​ໝາຍ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຝ​ຣັ່ງ​ກັບ​ອົ​ສ​ຕ​ຣາ​ລີ​ໃນ​ອະ​ນາ​ຄົດ​ຄືນ​ໃໝ່ ທັງ​ເດັດ​ດ່ຽວ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຝ​ຣັ່ງ​ໂດຍ​ແນ​ໃສ່​ກໍ​ລະ​ນີ​ທີ່​ຝ່າຍ​ອົ​ສ​ຕ​ຣາ​ລີ​​ຕົກ​ລົງ​ຢຸດ​ຕິ​ແຜນ​ການ​ຈັດ​ຊື້​ເຮືອ​ດຳ​ນ້ຳ​ຝ​ຣັ່ງ.
 

 ໂຄ​ສົກ​ທ່ານ​ນີ້​ກ່າວ​ວ່າ: ​ວິ​ກິດ​ການ​ອັນ​ໜັກ​ໜ່ວງ​ໃນ​ດ້ານ​ຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈ​ກັນ​ທີ່​ເກີດ​ຂຶ້ນ​ຍ້ອນຂໍ້​ຕົກ​ລົງ​ທີ່​ກ່ຽວ​ຂ້ອງ​ຂອງ​ອົ​ສຕ​ຣາ​ລີ​ນັ້ນ​ແມ່ນ​ຕ້ອງ​ໃຊ້​ເວ​ລາ​ຍາວ​ນານ​ແລະ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ເທົ່າ​ນັ້ນ​ຈຶ່ງ​ຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ນີ້ໄດ້.

ຄຳ​ເຫັນ

0