尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງປະຊຸມປະທານສະພາຂອງກຸ່ມ G20 ຄັ້ງທີ 7 ຈັດຂຶ້ນຢູ່ນະຄອນຫຼວງໂຣມປະເທດອີຕາລີ

2021-10-08 14:55:55 cri

ວັນທີ 7 ຕຸລານີ້, ກອງປະຊຸມປະທານສະພາຂອງກຸ່ມ G20 ຄັ້ງທີ 7  ທີ່ຈະດຳເນີນໄປເປັນເວລາ 2 ວັນໄດ້ໄຂຂຶ້ນຢູ່ນະຄອນຫຼວງໂຣມປະເທດອີຕາລີ ໂດຍໄດ້ດຳເນີນການຄົ້ນຄວ້າແລະປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆເຊັ່ນ: ສັງຄົມ, ເສດຖະກິດ, ການພັດທະນາແບບຍືນຍົງແລະອື່ນໆທີ່ໂລກພວມຜະເຊີນຢູ່ກໍຄືບົດບາດທີ່ຕັ້ງໜ້າທີ່ອົງການນິຕິບັນຍັດຂອງບັນດາປະເທດຄວນເສີມຂະຫຍາຍບົດບາດຫຼັງການແຜ່ລະບາດຂອງພະຍາດໂຄວິດ-19.

      ທ່ານ ມາຣີໂອ ດຣາກີ ນາຍົກລັດຖະມົນຕີອີຕາລີໄດ້ກ່າວຄຳປາໄສໃນພິທີໄຂກອງປະຊຸມວ່າ: ໃນດ້ານການຮັບມືກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ເຖິງວ່າປະເທດຮັ່ງມີໄດ້ມີວັກຊີນໂຄວິດ-19 ຢ່າງພຽງພໍກໍຕາມ, ແຕ່ປະຊາຊົນຈຳນວນໜຶ່ງໄດ້ປະຕິເສດທີ່ຈະສັກວັກຊີນໂຄວິດ-19 ຫຼືມີຄວາມລະແວງສົງໄສ; ການສະໜອງວັກຊີນໂຄວິດ-19 ຢູ່ປະເທດທີ່ມີລາຍຮັບຕ່ຳຈຳນວນໜຶ່ງມີຄວາມຈຳກັດ. ກອງປະຊຸມຄວນຊຸກຍູ້ການສັກວັກຊີນໂຄວິດ-19 ຂອງໂລກຢ່າງຕັ້ງໜ້າໂດຍຜ່ານການເພີ່ມຄວາມໂປ່ງໃສດ້ານການແບ່ງປັນວັກຊີນໂຄວິດ-19 ເພື່ອປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍໄປລ້າໆ,ທັງຕ້ອງຊ່ວຍລັດຖະບານກຳຈັດດຂໍ້ມູນທີ່ຜິດພາດກ່ຽວກັບການສັກວັກຊີນໂຄວິດ-19 ທີ່ກ່ຽວຂ້ອງແລະຮູບແບບອື່ນໆ.
 

      ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນແບບປະສົມໂດຍຜ່ານທາງອອນລາຍແລະອັອຟລາຍໂດຍມີຫົວຂໍ້ວ່າ“ບໍລິການປະຊາຊົນ,ມຸ່ງໜ້າສູ່ໂລກແລະຊຸກຍູ້ຄວາມຈະເລີນຮຸ່ງເຮືອງ”, ຜູ້ນຳອົງການນິຕິບັນຍັດຂອງປະເທດສະມາຊິກກຸ່ມ G20 ແລະຜູ້ຮັບຜິດຊອບອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມ. ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມໄດ້ດຳເນີນການປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆເຊັ່ນ: “ຮັບມືກັບວິກິດການທາງສັງຄົມແລະການປະກອບອາຊີບທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19” “ການຟື້ນຟູການເຕີບໂຕດ້ານເສດຖະກິດຄືນໃໝ່ບົນພື້ນຖານການພັດທະນາສະພາບແວດລ້ອມທາງສັງຄົມແບບຍືນຍົງ” ແລະ “ການພັດທະນາແບບຍືນຍົງແລະຄວາມໝັ້ນຄົງດ້ານສະບຽງອາຫານຫຼັງການແຜ່ລະບາດຂອງພະຍາດໂຄວິດ-19”ເປັນຕົ້ນ.

 

ຄຳ​ເຫັນ

0