郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງຢີ້ເຂົ້າ​ຮ່ວມແລະ​ກ່າວ​ຄຳ​ປ​າ​ໄສ​ໃນ​ງາ​ນ​ລ້ຽງ​ສະ​ໜອງ​ການ​ສ້າງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ລະ​ຫວ່າງ​ຈີນ-​ອາ​ຊຽນຄົບ​ຮອບ30ປີ

2021-10-09 14:58:00 cri

ວັນ​ທີ8ຕຸ​ລານີ້ ທ່ານ​ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ​ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມແລະ​ກ່າວ​ຄຳ​ປ​າ​ໄສ​ໃນ​ງາ​ນ​ລ້ຽງສະ​ເຫຼີມ​ສະ​ຫຼອງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ລະ​ຫວ່າງ​ຈີນ​-​ອາ​ຊຽນຄົບ​ຮອບ30ປີ.

ທ່ານ​ວາງຢີ້ກ່າວ​ວ່າ: ນັບ​ແຕ່​ໄດ້​ສ້າງ​ສາຍ​ພົວ​ພັນຄູ່​ເຈ​ລະ​ຈາ​​ນຳ​ກັນເມື່ອ​ປີ1991ເປັນ​ຕົ້ນ​ມາ,ຈີນ​ແລະ​ອາ​ຊຽນ​ໄດ້​ປະ​ກອບ​ສ່ວນ​​ອັນສຳ​ຄັນ​ເພື່ອ​ສັນ​ຕິ​ພາບ ຄວາມ​ໝັ້ນ​ຄົງ ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.ສອງ​ຝ່າຍ​ຕ້ອງ​ຖະ​ໜຸ​ຖະ​ໜອມ​ບົດ​ຮຽນ​ທີ່​ປະ​ເສີດ​ທີ່​ສະ​ສົມ​ໄດ້​ໃນ​ໄລ​ຍະ30ປີ​ຜ່ານ​ມາ,ພື່ອສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີີ່​ແໜ້ນ​ແຟ້ນກວ່າ​ເກົ່າ,ສ້າງ​ສະ​ພາບ​ແວດ​ລ້ອມ​ທາງ​ຍຸດ​ທະ​ສາດ​ທີ່​ເອື້ອ​ອຳ​ນວຍ​​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງແຕ່​ລະ​ປະ​ເທດ ກໍ​ຄື​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ອັນ​ຍາວ​ນານ​ຂອງ​ພາກ​ພື້ນ.

ທ່ານ​ວາງຢີ້ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ6ຂໍ້​ດັ່ງ​ນີ້: 1,ຕ້ອງ​ສ້າງ​ແຜນ​ການ​ຮ່ວມ​ມື,ຍົກ​ລະ​ດົບ​​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ສູງ​ຂຶ້ນ. 2,ຕ້ອງ​ເປັນ​ຜູ້​ນຳ​ໜ້າ​ການ​ພັດ​ທະ​ນາ,ສ້າງ​ຈຸດ​ເຕີບ​ໂຕ​ໃໝ່​ແຫ່ງ​ການ​ຮ່ວມ​ມືທີ່​ແທດ​ເໝາະ​ກັບ​ສະ​ພາບ​ຄວາມ​ເປັນຈິງ. 3,ຕ້ອງ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົ​ນ​ຫຼາຍ​ຂຶ້ນ,ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍດຈາ​ກການ​ຮ່ວມ​ມື. 4,ຕ້ອງ​ສືບ​ທອດ​ ​ມິດ​ຕະ​ພາບໄປ​ທຸກ​ເຊັ່ນ​ຄົນ,ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​​ດ້ານ​ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ. 5,ຕ້ອງ​ສຸມ​ໃສ່ວິ​ໄສ​ທັດ​ການ​ສ້າງສັນ​ຕິ​ພາບ,ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ອັນ​ຍາວ​ນານ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້. 6,ຕ້ອງ​ປະ​ກອບ​ສ່ວນ​​ກຳ​ລັງ​ແຮງ​ໃຫ້ແກ່​ການ​ຄຸ້ມ​ຄອງ​​ໂລກ​ຕາມກ​ະ​ແສແຫ່ງ​ການ​ພັດ​ທະ​ນາ​ຂອງ​ໂລກ.

ຄຳ​ເຫັນ

0