吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ກ່າວ​ວ່າ: ຄັດ​ຄ້ານ​ປະ​ເທດ​ຕາ​ເວັນ​ຕົກ​ຍົກ​ຍ້າຍ​ຈາກ​ອັ​ຟ​ກາ​ນີ​ສະ​ຖານ ຫລື​ຈັດ​ສັນ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ການ​ທະ​ຫານຢູ່ປະ​ເທດ​ອາ​ຊີ​ກາງ

2021-10-09 14:24:46 cri

图片默认标题_fororder_俄罗斯外长

    ທ່ານ ເຊີ​ເກ ລາ​ຟ​ໂຣ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ຂອງ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ທະ​ວີບ​ເອີ​ຣົບ​ປະ​ຈຳ​ຣັດ​ເຊຍ​ໃນ​ວັນ​ທີ 8 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ໂດຍ​ກ່າວ​ວ່າ: ຣັດ​ເຊຍ​ເດັດ​ດ່ຽວ​ຄັດ​ຄ້ານ​ປະ​ເທດ​ຕາ​ເວັນ​ຕົກ ເຊັ່ນ: ອາ​ເມ​ຣິ​ກາ ແລະ​ປະ​ເທດ​ອື່ນໆ ​ຍົກ​ຍ້າຍ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ການ​ທະ​ຫານຈາກ​ອັ​ຟ​ກາ​ນີ​ສະ​ຖານ​​ໄປ​ສູ່ປະ​ເທດ​ອາ​ຊີ​ກາງ ຫລື​ຈັດ​ສັນ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ການ​ທະ​ຫາ​ນ​ອັນ​ໃໝ່​ຢູ່​ປະ​ເທດ​ອາ​ຊີ​ກາງ.

    ທ່ານ​ເຊີ​ເກ ລາ​ຟ​ໂຣ​ຟ​ກ່າວ​ເນັ້ນ​ໜັກ​ວ່າ: ເຖິງວ່າ​ອາ​ເມ​ຣິ​ກາ​ອ້າງ​ວ່າ​ການ​ຈັດ​ສັນ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ການ​ທະ​ຫານ​ຢູ່​ປະ​ເທດ​ອາ​ຊີ​ກາ​ງ​ຈະ​ສາ​ມາດ​ໂຈມ​ຕີ​​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ຢູ່​ໃນ​ອັ​ຟ​ກາ​ນີ​ສະ​ຖານ​ໃນ​ກໍ​ລະ​ນີ​ຈຳ​ເປັນ​ຈາກ​ໄລ​ຍະ​ໄກ​ໄດ້, ແຕ່​ວ່າ​ການ​ກະ​ທຳ​ແບບ​ນີ້​ຈະ​ເຮັດ​ໃຫ້​ປະ​ເທດ​ອາ​ຊີ​ກາງ​ທີ່ໃຫ້​ການ​ຮ່ວມ​ມື​ກັບ​ອາ​ເມ​ຣິ​ກາ​ກາຍ​ເປັນ​ເປົ້າ​ໝາຍ​ໂຈມ​ຕີ​ຂອງ​ກຸ່ມ​ກໍ່​ກາ​ນ​ຮ້າຍໃນ​ທັນ​ທີ.

ຄຳ​ເຫັນ

0