吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນ​ຂ່າວ​ຂອງກອ​ງ​ປະ​ຊຸມປະ​ເທດ​ພາ​ຄີ“ສົນ​ທິ​ສັນ​ຍ​າວ່າ​ດ້ວຍຊີ​ວະ​ນາໆ​ພັນ”ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເລີ່ມ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ

2021-10-09 14:27:38 cri

图片默认标题_fororder_cop 1

图片默认标题_fororder_cop 4

图片默认标题_fororder_cop 3

图片默认标题_fororder_cop 2

图片默认标题_fororder_cop 5

图片默认标题_fororder_cop 6

    ກອງ​ປະ​ຊຸມ​ໄລ​ຍະ​ທີ1 ຂອງກອ​ງ​ປະ​ຊຸມປະ​ເທດ​ພາ​ຄີ“ສົນ​ທິ​ສັນ​ຍ​າ​ວ່າ​ດ້ວຍຊີ​ວະ​ນາໆ​ພັນ”​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດຄັ້ງ​ທີ 15 ຫລື COP 15 ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອ​ນ​ຄຸນ​ມີງ​ແຂວງ​ຢູ​ນ​ນານ ສ​ປ ຈີນ ໃນ​ວັນ​ທີ 11 ຫາ​ວັນ​ທີ 15 ຕຸ​ລາ​ນີ້. ສູນ​ຂ່າວ​ COP 15ໄດ້​ເລີ່ມ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 9 ຕຸ​ລາ​ນີ້.

    ສູນ​ຂ່າວ COP 15​ຈະ​ຮັບ​ໃຊ້​ສື່ມວນ​ຊົນ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ, ໂດຍ​ໄດ້​ແບ່ງ​ເປັນ 12 ເຂດ. ​ທັງ​ໝົດ​ສູນ​ຂ່າວ​ໄດ້​ມີ​ອິນ​ເຕີ​ເນັດ​ໄຮ້​ສາຍ, ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ອິນ​ເຕີ​ເນັດ​ໃຫ້​ກັບ​ສື່ມວນ​ຊົນ 1200 ຄົນ​ໃນ​ເວ​ລາ​ດຽວ​ກັນ, ພ້ອມ​ທັງ​ໄດ້​ມີ​ອິນ​ເຕີ​ເນັດ​ສະ​ເພາະ​​ທີ່​ມີ​ຄວາມກວ້າງ 5G.

    ນັກ​ຂ່າວ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ COP 15ຈະ​ລາຍ​ງານ​ຂ່າວ ແລະ​ສຳ​ພາດ​ໂດຍ​ຜ່ານ​ຮູບ​ແບບ​ທັງ​ອອ​ຟ​ລາຍ ແລະ​ອອນ​ລາຍ, ໃນ​ນັ້ນ, ນັກ​ຂ່າວ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແບບອອ​ຟ​ລາຍ​ມີ​ເຖິງ 797 ຄົນ. ​

ຄຳ​ເຫັນ

0