秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິນຄ້າງວດທຳອິດທີ່ເຂົ້າຮ່ວມງານວາງສະແດງສິນຄ້າຂາເຂົ້າ-ຂາອອກຈີນຄັ້ງທີ 130 ໄດ້ສຳເລັດວຽກງານຜ່ານດ່ານແລ້ວ

2021-10-10 15:08:26 cri

ຕອນ​ເຊົ້າ​ມືດ​ຂອງວັນ​ທີ 10 ຕຸ​ລາ​ນີ້, ສິ​ນ​ຄ້າງວ​ດ​ທຳ​ອິດ​ທີ່ຂົນ​ສົ່ງ​ມາ​​ຮ​ອດຈີນເພື່ອ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ຈີນ​ຄັ້ງ​ທີ 130 ໄດ້​ຜ່ານ​ການກວດ​ກາ​ ແລະ​ອະ​ນຸ​ຍາດ​ໃຫ້ຜ່ານ​ດ່ານຈາກ​ດ່ານ​ພາ​ສີ​ສະ​ໜາມ​ບິນ​ສາ​ກົນ​ປາຍ​ຢູນ​ນະ​ຄອນກວາງ​ໂຈ່ວ​ຂອງ​ຈີນ​ແລ້ວ. ພາຍຫຼັງ​ສຳ​ເລັດ​ການ​ດັບ​ເຊື້ອ​ຢູ່​ທີ່​ດ່ານ​ສະ​ໜາມ​ບິນ​ແລ້ວ ສິນ​ຄ້າ​ງວດ​ນີ້ຈະ​ຖືກ​ສົ່ງ​ໄປ​​ສະ​ຖານ​ທີ່ວາງ​ສະ​ແດງ​ດັ່ງ​ກ່າວ.

​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ຈີນ​ຄັ້ງ​ທີ 130 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນກວາງ​ໂຈ່ວ​ຂອງ​ຈີນ​ແຕ່​ວັນ​ທີ 15 ຫ​າ​ວັນ​ທີ 19 ຕຸ​ລາ​ນີ້, ເປັນ​ງານ​ວາງ​ສະ​ແດງ​ທີ່​ຈັດ​ຂຶ້ນ​ຜ່ານ​ທາງ​ອອ​ຟ​ລາຍ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ພາຍ​ໃຕ້​ສະ​ພາບ​ການ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຄາດ​ວ່າ​ຈະ​ມີ​ສິນຄ້​າຫຼາຍກວ່າ 2.700.000 ອັນ​ຈະ​ເຂົ້​າ​ຮ່ວມ​ງານ​ວາງ​ສະ​ແດງ​ດັ່ງ​ກ່າ​ວ​ຜ່ານ​ທາງ​ອອນ​ລາຍ ແລະ​ອອ​ຟ​ລາຍ.

ຄຳ​ເຫັນ

0