蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສະ​ໜັບ​ສະ​ໜູນໃຫ້​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ WTO ​ຄັ້ງ​ທີ 12 ໄດ້​ຮັບ​ຜົນ​ສຳ​ເລັດ

2021-10-10 12:13:13 CRI

     ຕອນ​ຄ່ຳ​ວັນ​ທີ 8 ຕຸ​ລານີ້, ທ່ານ​ວາງ​ເວີນ​ທ່າວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ສົນ​ທະ​ນາ​ກັບ​ທ່ານ​ເອິນ​ໂກ​ຊີ ໂອ​ຄອນ​ໂຈ ອິ​ວີ​ລາ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ​ຫຼື WTO ຜ່ານ​ທາງ​ອອນ​ລາຍ​ຕາມ​ນັດ, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ ເຊັ່ນ: ວຽກ​ງານ​ກະ​ກຽມກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ WTO ​ຄັ້ງ​ທີ 12 (MC12), ການ​ປະ​ຕິ​ຮູບ WTO ແລະ​ບັນ​ຫາ​ອື່ນໆ.

     ທ່ານ​ວາງ​ເວີນ​ທ່າວ​ກ່າວ​ວ່າ: ກອງ​ປະ​ຊຸມ MC12 ໄດ້​ຮັບ​ຜົນ​ສຳ​ເລັດ​ຈະ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ WTO ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ໂລກ, ຝ່າຍ​ຕ່າງໆ​ຄວນ​ສຸມ​ໃສ່​ຂົງ​ເຂດ​ທີ່​ອາດ​ຈະ​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນແລ້ວ​ເລັ່ງ​ລັດການ​ດຳ​ເນີນ​ງານ. ຈີນ​ຫວັງ​ວ່າ, MC12 ຈະ​ສົ່ງ​ສັນ​ຍານ​ອັນ​ຕັ້ງ​ໜ້າທີ່​ສະ​ໜັບ​ສະ​ໜູນລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ. ຈີນ​ຈະ​ສືບ​ຕໍ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື ແລະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ການ​ກະ​ກຽມ​ກອງ​ປະ​ຊຸມ​ຄັ້ງ​ນີ້.

     ທ່ານ​ເອິນ​ໂກ​ຊີ ໂອ​ຄອນ​ໂຈ ອິ​ວີ​ລາ ຜູ້​ອຳ​ນວຍ​ການ​ໃຫຍ່​ WTO ຂອບ​ໃຈ​ນຳ​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ວຽກ​ງານ​ຂອງ​ WTO, ຫວັງ​ວ່າ​ຈີນ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຫຼາຍກວ່າ​ເກົ່າ​ໃນ​ວຽກ​ງານ​ຕໍ່​ໄປ, ເພື່ອ​ຊຸກ​ຍູ້​ໃຫ້​ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ຮັບ​ໝາກ​ຜົນ​ອັນ​ຕັ້ງ​ໜ້າ.

ຄຳ​ເຫັນ

0