徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ສະ​ຫະ​ປະ​ຊາ​ຊາດຢືນ​ຢັນ​ວ່າ: ວຽກ​ງານ​ການ​ອະ​ນຸ​ລັກ​ແລະ​ການ​ປົວ​ແປງ​ ​ຊີ​ວະ​ນາ​ນາ​ພັນ​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງພົ້ນ​ເດັ່ນ​

2021-10-10 15:21:20 cri

ຕາມ​ຂ່າວCRI:ວັນ​ທີ 11 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ໃຫຍ່​ຝ່າຍລົງ​ລາຍ​ເຊັນ​ໃນ “ສົນ​ທິ​ສັນ​ຍາວ່າ​ດ້ວຍ​ຊີ​ວະ​​ນາ​ນາ​ພັນ” ຄັ້ງ​ທີ 15 ຫຼື COP15 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຄຸ່ນ​ໝິງ​ຂອງ​ຈີນ. ວັນ​ທີ 9 ຕຸ​ລາ​ນີ້, ທ່ານ​ນາງ​ອີ​ລີ​ຊາ​ເບດ ມາ​ຣູ​ມາ ເມຼ​ມາ, ເລ​ຂາ​ບໍ​ລິ​ຫານ​ງານ​ຂອງຄະ​ນະເລ​ຂາ​ສົນ​ທິ​ສັນ​ຍາດັ່ງ​ກ່າວ​ໄດ້​ຕີ​ລາ​ຄາ​​ສູງ​ຕໍ່​ຜົນ​ສຳ​ເລັດ​ທີ່ຈີນ​ໄດ້​ຮັບ​ໃນ​ດ້ານ​ການ​ອະ​ນຸ​ລັກ​ຊີ​ວະ​​ນາ​ນາ​ພັນ​, ແລະ​ໄດ້​ສະ​ແດ​ງ​ຄວາມ​ຂອບ​ອົກ​ຂອບໃຈ​ນຳ​ຈີນ​ທີ່​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​​ໃນ​ການ​ກະ​ກຽມ​ກອງ​ປະ​ຊຸມ​ຄັ້ງ​ນີ້.

 

  ທ່ານ​ນາງ​ອີ​ລີ​ຊາ​ເບດ ມາ​ຣູ​ມາ ເມຼ​ມາ​ກ່າວ​ວ່າ, ຈີນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ໄດ້​ເຂົ້າ​ຮ່ວມ “ສົນ​ທິ​ສັນ​ຍາວ່າ​ດ້ວຍ​ຊີ​ວະ​​ນາ​ນາ​ພັນ”ກ່ອນ​ໝູ່, ວຽກ​ງານ​ການ​ອະ​ນຸ​ລັກແລະ​ການປົວ​ແປງ​​ຊີ​ວະ​​ນາ​ນາ​ພັນ​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ພົ້ນເດັ່ນ​. ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ປະ​ເພດ​ຕ່າງໆ​ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 1,18 ໝື່ນ​ແຫ່ງ, ເຊິ່ງ​ມີ​ເນື້ອ​ທີ່​ທັງ​ໝົດ​ຫຼາຍກວ່າ 170 ລ້ານ​ເຮັກ​ຕາ, ເຊິ່ງກວມ 18% ຂອງ​ເນື້ອ​ທີ່​ທາງ​ບົກ​ຂອງ​ຜື່ນ​ແຜ່ນ​ດິນ​ແຫ່ງ​ຊາດ; ຍ້ອນ​ວ່າ​ຈີນ​ມີມາດ​ຕະ​ການ​​ອະ​ນຸ​ລັກ​ຢ່າງ​ເຂັ້ມ​ງວດ, ພືດ​ແລະ​ສັດ​ຈຳ​ນວນ​ໜຶ່ງ​ບໍ່​ໄດ້​ຖືກ​ຂົ່ມ​ຂູ່​ຄື​ແຕ່​ກ່ອນ​ອີກ​ແລ້ວ.

ຄຳ​ເຫັນ

0