徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ຊົ່ວ​ຄາວ​ຂອງ​ອັ​ຟ​ກາ​ນິສະ​ຖານເຈ​ລະ​ຈາກັບ​ອາ​ເມ​ຣິ​ກາ​​​ຢູ່​ທີ່​ໂດ​ຮາ

2021-10-10 15:20:33 cri

ຕາມ​ຂ່າວCRI:ວັນ​ທີ 9 ຕຸ​ລາ​ນີ້, ລັດ​ຖະ​ບານ​ຊົ່ວ​ຄາວ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ກັບຜູ້​ຕາງ​ໜ້າ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນ​ຫຼວງ​ໂດ​ຮາ​ຂອງ​ກາ​ຕາເປັນ​ເວ​ລາ 2 ວັນ, ນີ້​ແມ່ນ​ການ​ເຈ​ລະ​ຈາ​ໂດຍ​ກົງຄັ້ງ​ທຳ​ອິດ​ລະ​ຫວ່າງ​ສອງ​ຝ່າຍ​ພາຍ​ຫຼັງ​ທະ​ຫານ​ອາ​ເມ​ຣິ​ກາ​ໄດ້​ຖອນ​ອອກ​ຈາກ​ອັ​ຟ​ກາ​ນີ​ສະ​ຖານ​ໃນ​ທ້າຍ​ເດືອນ​ສິງ​ຫາ​ປີ 2021 ​ນີ້.

 

​ທ່ານ​ອາເມຍ ຮານ ມູ​ຕາ​ກີ, ຜູ້​ວ່າ​ການ​ແທນລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ຊົ່ວ​ຄາວ​ອັ​ຟ​ກາ​ນີ​ສະ​ຖານ​ໄດ້​ລົງ​ບົດ​ຄວາມ​ໃນ​ສື່​ສັງ​ຄົມ​ອອນ​ລາຍໃນ​ວັນ​ທີ 9 ຕຸ​ລາ​ນີ້​ວ່າ, ໃນ​ການ​ເຈ​ລະ​ຈາ, ​ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ຍົກ​ເລີກ​ການ​ອາ​ຍັດ​ຊັບ​ສິນ​ຂອງ​ທະ​ນາ​ຄານ​ກາງ​ອັ​ຟ​ກາ​​ນິ​ສະ​ຖານ, ເຄົາ​ລົບ​​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງອັ​ຟ​ກາ​ນີ​ສະ​ຖານ, ບໍ່​ແຊກ​ແຊງ​​ວຽກ​ງານ​ພາຍ​ໃນ​ຂອງ​ອັ​ຟ​ການິ​ສະ​ຖານ. ສອງ​ຝ່າຍ​ຍັງ​ໄດ້​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ, ເຊັ່ນ: ການ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານມະ​ນຸດ​ສະ​ທຳ​ແກ່​ອັ​ຟ​ກາ​ນິ​ສະ​ຖານ, ການ​ປະ​ຕິ​ບັດ​ຕາມ​ເນື້ອ​ໃນຈິດ​ໃຈ​ຂອງ “ສັນ​ຍາ​ສັນ​ຕິ​ພາບ”ທີ່​ສອ​ງ​ຝ່າຍ​ໄດ້​ເຊັນ​ກັນ​ຢູ່​ນະ​ຄອນ​ໂດ​ຮາ​ຂອງ​ກາ​ຕາ​ໃນ​ເດືອນ​ກຸມ​ພາ​ປີ 2020 ແລ້​ວ​ນີ້​ແລະ​ຫົວ​ຂໍ້​ອື່ນໆ.

 

ຄຳ​ເຫັນ

0