徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຂ​ເວ​ທີ​ປຶກ​ສາ​ຫາ​ລືກ່ຽວ​ກັບການ​ຊຸກ​ຍູ້​ການສ້າງ​ສາ​​ອະລະ​ຍະ​ທຳ​ດ້ານ​ນິ​ເວດທົ່ວ​ໂລກ 2021

2021-10-10 15:20:03 cri

ຕາມ​ຂ່າວCRI:ວັນ​ທີ 9 ຕຸ​ລາ​ນີ້,  ເວ​ທີ​ປຶກ​ສາ​ຫາ​ລືກ່ຽວ​ກັບການ​ຊຸກ​ຍູ້ການສ້າງ​ສາ​​ອະລະ​ຍະ​ທຳ​ດ້ານ​ນິ​ເວດທົ່ວ​ໂລກທີ່ເອີ​ໄຫ 2021 ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ດ້າ​ຫຼີ​ແຂວງ​ຢູ​ນ​ໜານ​ຂອງ​ຈີນ.

 

  ໃນ​ຖາ​ນະ​ທີ່ເປັນ​ພາກ​ສ່ວນ​ສຳ​ຄັນ​ຂອງກອງ​ປະ​ຊຸມ​ໃຫຍ່ຝ່າຍລົງ​ລາຍ​ເຊັນ​ໃນ “ສົ​ນ​ທິ​ສັນ​ຍາວ່າ​ດ້ວຍຊີ​ວະ​ນາ​ນາ​ພັນ”ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຄັ້ງ​ທີ 15 ຫຼື cop15 , ເວ​ທີ​ປຶກ​ສາ​ຫາ​ລືກ່ຽວ​ກັບການ​ຊຸກ​ຍູ້​​ການສ້າງ​ສາ​ອະລະ​ຍະ​ທຳ​ດ້ານ​ນິ​ເວດທົ່ວ​ໂລກທີ່ເອີ​ໄຫ 2021 ມີ​ຈຸດ​ປະ​ສົງ​ເພື່ອ​ສະ​ແດງໃຫ້​ເຫັນ​ຜົນ​ສຳ​ເລັດຂອງ​ຈີນ​ທີ່​ໄດ້​ຮັບ​ໃນ​ດ້ານ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ແລະ​ການ​ເຂົ້າ​ຮ່ວມ​ການປົວ​ແປງ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ທົ່ວ​ໂລກ​ຂອງ​ຈີນ.

 

  ເວ​ທີ​ປຶກ​ສາ​ຫາ​ລືຄັ້ງ​ນີ້​ມີ​ກົມ​ພາ​ສາ​ຕ່າງ​ປະ​ເທດ​ຈີນ, ອົງ​ການ​ປົກ​ຄອງ​ແຂວງ​ຢູນ​ໜານ​ແລະ​ສະ​ມາ​ຄົມ​ການ​ພົວ​ພັນ​ສາ​ທາ​ລະ​ນະ​ຈີນ​ເປັນ​ເຈົ້າ​ພາບຮ່ວມ. ແຂກ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​​ຄັ້ງ​ນີ້​ໄດ້​ປະ​ກອບ​ຄຳ​ເປັນ​ແລະ​ວາງ​ຂໍ້​ສະ​ເໜີ​ຕ່າງໆໂດຍໝູນ​ອ້ອມ​ຫົວ​ຂໍ້​ຫຼັກ​ທີ່ວ່າ  “ ສ້າງ​ສາ​​ອະ​ລະ​ຍະ​ທຳ​ດ້ານ​ນິ​ເວດ​ຮ່ວມກັນ​, ຮັກ​ສາ​ໜ່ວຍ​ໂລກ​ທີ່​ສວຍ​ງາມ​ຮ່ວມກັນ​”, ເພື່ອ​ເກາະ​ແຂນ​ກັນຊຸກ​ຍູ້​ໃຫ້​ມະ​ນຸດກັບ​​ທຳ​ມະ​ຊາດ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ກັນ.

ຄຳ​ເຫັນ

0