秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາຊຽນລະດົມທຶນ 10 ລ້ານໂດລາສະຫະລັດເພື່ອໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ມຽນມາ

2021-10-10 14:58:48 cri

ວັນ​ທີ 9 ຕຸ​ລາ​ນີ້, ທ່ານ​ລິມ​ຈົກ​ໂຮຍ, ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ວ່າ: ອາ​ຊຽນ​ໄດ້​ລະ​ດົມ​ທຶນ 10.000.000 ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​​ດ້ານມະ​ນຸດ​ສະ​ທຳ​ຈາກດ້ານ​ທຶນ​ ​ ແລະ​ເຄື່ອງ​ອຸ​ປະ​ກອນ​ການ​​ປົ່ນ​ປົວແກ່​ມຽນ​ມາ, ຄາດ​ວ່າ​ຈະ​ແບ່ງ​ເປັນຫຼາຍງວດ​ມອບ​ໃຫ້​ມຽນ​ມາ​ໃນ​ສອງ​ເດືອນ​ຕໍ່​ໜ້າ​ນີ້.

ເວັບ​ໄຊ The Scoop ຂອງບ​ຣູ​ໄນ​ລາຍ​ງານ​ວ່າ: ທຶນ ແລະ​ເຄື່ອງ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ງວດ​ທຳ​ອິດ​ທີ່​ມີ​ມູນ​ຄ່າ 1.100.000 ​ໂດ​ລ​າໄດ້​ຖືກ​ມອບ​ໃຫ້​ສະ​ພາກາ​ແດງ​ມຽນ​ມາໃນ​ວັນ​ທີ 15 ກັນ​ຍາ​ທີ່​ຜ່ານ​ມາ​ແລ້ວ, ງວດ​ທີສອງຈະ​ຂົນ​ສົ່ງ​ໄປ​​ຮອດມຽນ​ມາ​ພາຍ​ໃນ​ເດືອນ​ນີ້, ສ່ວນງວດ​ທີ​​ສາມ​ຈະ​ມອບ​ໃຫ້​ມຽນ​ມາ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້. ຕາ​ມ​ຂ່າວ​ລາຍ​ງານ​ວ່າ: ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ມີ​ມູນ​ຄ່າ​ ​ທັງ​ໝົດ 10.000.000 ​ໂດ​ລານີ້ ລ​ວມ​ທັງ​ເງິນ​ສົດ, ເຄື່ອງ​ອຸ​ປະ​ກອນ​ການ​ແພດ, ຢາ​ປິ່ນ​ປົວ ແລະ​ວັກ​ຊີນ​ໂຄວິ​ດ-19.

ຄຳ​ເຫັນ

0