秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປ ກົງໂກເກີດເຫດການເຮືອຫຼົ້ມ ເຮັດໃຫ້ຫຼາຍກວ່າຮ້ອຍຄົນເສຍຊີວິດ ແລະຫາຍສາບສູນ

2021-10-10 14:43:24 cri

ວັນ​ທີ 9 ຕຸ​ລາ​ນີ້, ເຈົ້າ​ໜ້າ​ທີ່​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ ສ​ປ ກົງ​ໂກ​ກ່າວ​ວ່າ: ຫວ່າງ​ກ່ອນນີ້​ບໍ່​ດົນ, ແຂວງ​ມົນ​ກາ​ລາ ທີ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ສ​ປ ກົງ​ໂກ ໄດ້​ເກີດ​ເຫດ​ການເຮືອຫຼົ້ມ ເຊິ່ງ​ໄດ້​ເຮັດ​ໃຫ້​ຫຼາຍກວ່າ​ຮ້ອ​ຍ​ຄົນ​ເສຍ​ຊີ​ວິດ ແລະ​ຫາ​ຍ​ສາບ​ສູນ.

ຕາມ​ຂ່າວ​ແຈ້ງວ່າ, ໃນ​ຕອນ​ຄ່ຳ​ຂອງວັນ​ທີ 4 ຕຸ​ລາ​ນີ້, ຢູ່​ແມ່​ນ້ຳ​ກົງ​ໂກ​ຕອນ ແຂວງ​ມົນ​ກາ​ລາ ໄດ້​ເກີດເຫດ​ການ​ເຮືອຫຼົ້ມ​ຍ້ອນ​ປະ​ສົບ​ອາ​ກາດ​ຮ້າຍ​ແຮງ. ​ນັບມາ​ຮອດ​ຕອນ​ເຊົ້າ​ວັນ​ທີ 9 ຕຸ​ລາ​ນີ້, ​​ໜ່ວຍ​ກູ້​ໄພໄດ້​​ຊ່ວຍກອບ​ກູ້​ຊີ​ວິດ 31 ຄົນ ແລະ​ໄດ້​​ຊອກພົບ 61 ສົບ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ. ຍ້ອນ​ບໍ່​ມີ​ລາຍ​ຊື່​ຜູ້​ໂດຍ​ສານ​ຂອງ​ເຮືອ​ລຳ​ນີ້, ຈຶ່ງ​ບໍ່​ຮູ້ຈຳ​ນວນ​ຜູ້​ໂດຍ​ສານ​ຢູ່​ເຮືອ​ລຳ​ນີ້​ມີ​ເທົ່າ​ໃດ​ຄົ​ນ. ແຕ່​ສາ​ມາດ​ສັນ​ນິ​ຖານ​ຕາມ​ຄ​ວາມ​ສາ​ມາດ​ບັນ​ຈຸ​ຜູ້​ໂດຍ​ສານ​ຂອງ​ເຮືອ​ລຳ​ນີ້ວ່າ: ​ອາ​ດ​ຈະ​ຍັງ​ມີ​ອີກ 60 ກວ່າ​ຄົນຍັງ​ບໍ່​ທັນ​ຖືກ​ຊອກພົບເທື່ອ.

ຄຳ​ເຫັນ

0