徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລູກ​ສາວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ຕິດເຊື້ອ​ພະ​ຍາດ​ໂຄວິດ-19

2021-10-10 15:20:56 cri

ຕາມ​ຂ່າວCRI: ໃນ​​ຕອນ​ຄ່ຳ​ຂອງວັນ​ທີ 9 ຕຸ​ລາ​ນີ້, ອົງ​ການ​ປົກ​ຄອງນະ​ຄອນ​ດາ​ວາວ​ຂອງ​ຟີ​ລິບ​ປິນ​ໄດ້​ອອກ​ແຈ້ງ​ການ​ວ່າ, ທ່ານ​ນາງ ຊາ​ຣາ ດູ​ເຕີ​ເຕ, ລູກ​ສາວ​ຂອງ​​ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ, ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ, ເຈົ້າ​ຄອງ​ນະ​ຄອນ​ດາ​ວາວ​ໄດ້ຖືກ​ບົ່ງ​ມະ​ຕິຕິດເຊື້ອ​ພະ​ຍາດ​ໂຄວິດ-19, ​ແຕ່ມີ​ອາ​ການ​ເບົາ, ປັດ​ຈຸ​ບັນ​ນີ້​ກຳ​ລັງ​ໄດ້​ຮັບ​ການ​​ປິ່ນ​ປົວຢູ່​ຫ້ອງ​ແຍກ​ປ່ຽວ.

 

ແຈ້ງ​ການ​ຍັງ​ສະ​ເໜີ​ວ່າ, ໃນ 14 ວັນ​ທີ່​ຜ່ານ​ມາ​ບຸກ​ຄົນຕ່າງໆ​ທີ່​ເຄີຍ​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ທ່ານ​ນາງ ຊາ​ຣາ ດູ​ເຕີ​ເຕ ຕ້ອງ​ຕິດ​ຕາມກວດ​ກາ​ອາ​ການ​ຂອງ​ຕົນ, ແລະ​ຕ້ອງ​ໄປກວດ​ການີວ​ຄະ​ເຣ​ອິກ​ຫາເຊື້ອ​ພະ​ຍາ​ດ​ໂຄວິດ-19 ຫຼັງ​ໄດ້​ພົວ​ພັນ​ກັບ​ທ່ານ​ນາງ​ຊາ​ຣາ ດູ​ເຕີ​ເຕ 5 ຫາ 7 ວັນ.

 

ຄຳ​ເຫັນ

0