蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ປະ​ຊາ​ທິ​ປະ​ໄຕ” ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ໄດ້

2021-10-11 10:42:59 CRI

ວັນ​ທີ 2 ຕຸ​ລາ​ນີ້, ເວົ້າ​ສຳ​ລັບ​ອາ​ເມ​ຣິ​ກາ​ແລ້ວ, ເປັນ​ມື້​ທີ່​ມືດ​ມົນ​ທີ່​ສຸດ. ມື້​ນັ້ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່ອາ​ເມ​ຣິ​ກາ​​ມີ​ເຖິງ 700.258 ຄົນ, ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຈິ່ງ​ໄດ້​ອອ​ກ​ຖະ​ແຫຼງ​ການ ເພື່ອ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຕໍ່​ຜູ້​ເສຍ​ຊີ​ວິດ ແລະ ຮຽກ​ຮ້ອງ​ໃຫ້​ປະ​ຊ​າ​ຊົນ​ອາ​ເມ​ຣິ​ກາ​ພາ​ກັນ​ໄປ​ສັກ​ວັກ​ຊິນ.

ໃນ​ວັນ​ທີ 29 ມີ​ນາ​ປີ​ກາຍ​ນີ້, ທ່ານ​ໂດ​ໂນ ທ​ຣຳ ​ອະ​ດີດປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກໍ່ເຄີຍ​ໄດ້ບອກ​ນັກ​ຂ່າວ​ວ່າ: ຖ້າ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ບໍ່​ໃຊ້​ມາດ​ຕະ​ການ​ຕົວ​ຈິງ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່ອາ​ເມ​ຣິ​ກາ​ອາດ​ຈະ​ສູງ​ເຖງ 2,2 ລ້ານ​ຄົນ. ໃນ​ເວ​ລາ​ນັ້ນ, ຫຼາຍ​ຄົນ​ຖື​ວ່າຄຳ​ເວົ້າ​ຂອງ​ທ່ານ​ໂດ​ໂນ ທ​ຣຳ ເປັນ​​ເລື່ອງຕະຫຼົກ. ເພາະ​ວ່າ: ບໍ່​ມີ​ໃຜ​ເຊື່ອ​ວ່າ: ອາ​ເມ​ຣິ​ກາ​ທີ່​ເປັນ​ປະ​ເທດ​ທີ່​ມີ​ເງື່ອນ​ໄຂ​ທາງ​ການ​ແພດ​ທີ່​ດີ​ທີ່​ສຸດ​ໃນ​ໂລກ​ຈະ​ບໍ່​ສາ​ມາດ​ຜ່ານ​ຜ່າ​ການ​ທົດ​ສອບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້.

ວັນ​ທີ 19 ມັງ​ກອ​ນ​ປີ​ນີ້, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້​ອນ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ອາ​ເມ​ຣິ​ກາ​ໄດ້ມີຫຼາຍກວ່າ 4 ແສ​ນ​ຄົນ ເຊິ່ງ​​ເທົ່າ​ກັບ​ຈຳ​ນວນ​ຊາວ​ອາ​ເມ​ຣິ​ກາ​ທີ່​ຜູ້​ເສຍ​ຊີ​ວິດ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 2; ວັນ​ທີ 20 ກັນ​ຍາ​ນີ້, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້​ອນ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່ອາ​ເມ​ຣິ​ກາ​ມີ​ເຖິງ 675.885 ຄົນ ເຊິ່ງຫຼາຍກວ່າ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ໄລ​ຍະ​ຂອງ​ການ​ລະ​ບາດ​ຂອງ​ໄຂ້​ຫວັດ​ໃຫຍ່ ທີ່​ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ​ໃນ​ປີ 1918. ປັດ​ຈຸ​ບັນ, ເມື່ອ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ດັ່ງ​ກ່າວ​​ຢູ່ອາ​ເມ​ຣິ​ກາ​ມີຫຼາຍກວ່າ 7 ແສນ​ຄົນ​ແລ້ວ, ຄົນ​ທັ​ງຫຼາຍ​ຈະ​ຈຳ​ເປັນ​ຕ້ອງ​ໄດ້​ທົບ​ທວນ​ຄືນຄຳ​ເວົ້າ​ຂອງ​ທ່ານ​ໂດ​ໂນ ທ​ຣຳ ໃນ​ປີ​ກາຍ​ນີ້.

ແຕ່​ສິ່ງ​ທີ່​ໜ້າ​ເປັນ​ຫ່ວງ​ນັ້ນ​ກໍ​ຄື: ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ບໍ່​ໄດ້​ປະ​ກົດ​ມີ​ທ່ວງ​ທ່າ​ທີ່​ດີ​ຂຶ້ນ, ຢູ່ຫຼາຍ​ລັດ​ທາງ​ພາກ​ເໜືອ​ອາ​ເມ​ຣິ​ກາ, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ກໍ່​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ. ມາ​ຮອດ​ເວ​ລາ 5 ໂມງ​ເຄິ່ງ​ຂອງວັນ​ທີ 10 ຕຸ​ລາ​ນີ້​ຕາມເວ​ລາ​ວຽງ​ຈັນ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ອາ​ເມ​ຣິ​ກາ​ລວມ​ທັງ​ໝົດ​ມີ​ເຖິງ 45.176.843 ກໍ​ລະ​ນີ, ​ມີຜູ້​ເສຍ​ຊີ​ວິດ​ລວມ​ທັງ​ໝົດ​ 732.954 ຄົນ. ໃນ​ໄລ​ຍະ​ເວ​ລາ​ບໍ່​ຮອດ​ໜຶ່ງ​ອາ​ທິດ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ມີ​ເກືອບ 4,6 ແສນ​ກໍ​ລະ​ນີ ແລະ ມີ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ 3 ໝື່ນກວ່າ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ດັ່ງ​ກ່າວ.

ແຕ່​ວ່າ: ໃນ​ຂະ​ນະ​ທີ່​ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ​ຮ້າຍ​ແຮງ​ຄື​ແນວ​ນີ້, ບຸກ​ຄົນ​ທີ່ “​ຄັດ​ຄ້ານ​ການຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ” ​ຢູ່​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ພັດ​ໄດ້​ຄັດ​ຄ້ານການ​ໃສ່​ຜ້າ​ປິດ​ປາກ, ຄັດ​ຄ້ານ​ການ​ສັກ​ວັກ​ຊິນ, ຈົນ​ເຖິງ​ຂັ້ນ​ຕໍ່​ຕ້ານ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ດ້ວຍ​ກຳ​ລັງ​ຮຸນ​ແຮງ ດ້ວຍ​ຂໍ້​ອ້າງ​ທີ່​ວ່າ: “ປະ​ຊາ​ທິ​ປະ​ໄຕ”, “ເສ​ລີ​ພາບ” ແລະ “ສິດ​ທິ​ມະ​ນຸດ”.

ອັນ​ທີ່​ເອີ້​ນ​ວ່າ​ປະ​ຊາ​ທິ​ປະ​ໄຕ, ໝາຍ​ເຖິງ​ປະ​ຊາ​ຊົນ​ເປັນ​ເຈົ້າ​ຕົນ​ເອງ, ແຕ່​ພັດໄດ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ, ​ຄັນ​ຊັ້ນ, ຈະ​ເປັນ​ເຈົ້າ​ຕົນ​ເອງ​ໄດ້​ຄື​ແນວ​ໃດ? ອັນ​ທີ່​ເອີ້ນ​ວ່າ​ເສ​ລີ​ພາບ, ຕ້ອງ​ເປັນ​ເສ​ລີ​ພາບ​​ທີ່​ຍັງ​ມີ​ຊີ​ວິດ​ຢູ່, ຖ້າ​ຄົນ​ທີ່​ລ່ວງ​ລັບ​ໄປ​ແລ້ວ, ເສ​ລີ​ພາບ​ກໍ​ຈະ​ບໍ່​ມີຄວາມ​ໝາຍຫຍັງ​ເລີຍ. ອັນ​ທີ່​ເອີ້ນ​ວ່າ​ສິດ​ທິ​ມະ​ນຸດ ກໍ​ເຊັ່ນ​ກັນ​. ປະ​ຊາ​ຊົນ​ອາ​ເມ​ຣິ​ກາ 7 ແສນ​ຄົນ​ທີ່​ເສຍ​ຊີ​ວິດ​ຍ້​ອນ​ເປັນ​ພະ​ຍາດ​ໂຄວິດ-19, ໃຜ​ຈະ​ເປັນ​ຜູ້​ປົກ​ປ້ອງສິດ​ທິ​ມະ​ນຸດ​ຂອງ​ພວກ​ເຂົາ​ເຈົ້າ?

“ເສ​ລີ​ພາບ” ຈະ​ບໍ່​ສາ​ມາດ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ໄດ້, “ປະ​ຊາ​ທິ​ປະ​ໄຕ” ກໍ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ໄດ້, “ສິດ​ທິ​ມະ​ນຸດ” ກໍ​ບໍ່​ສາ​ມາດ​ເຮັ​ດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ທີ່​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ ​ນັ້ນ​ສາ​ມາດ​ໄປປ່ອນ​ບັດ​ຄັດ​ຄ້ານ​​ຕາມ​ຈຸດ​ປະ​ສົງຂອງ​ເຂົາ​ເຈົ້າ​ໄດ້. ໃນ​ຂະ​ນະ​ທີ່​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ອາ​ເມ​ຣິ​ກາ​​ມີຫຼາຍກວ່າ 7 ແສນ​ຄົນ​ແລ້ວ, ອາ​ເມ​ຣິ​ກາ​ໄດ້​​ຕີລະ​ຄັງ 700 ເທື່ອ​ ເພື່ອ​ສະ​ແດງການໄວ້​ອາ​ໄລ​ເຖິງ​ຜູ້​ເສຍ​ຊີ​ວິດ 7 ແສນ​ຄົນ. ​ໃນ​ສະ​ພາບ​ການ​ແບບ​ນີ້, ​ຖ້າ​ອາ​ເມ​ຣິ​ກາ​ບໍ່​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ຢ່າງ​ບັງ​ເກີດ​ຜົນ ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ທຸກ​ຮູບ​ແບບ​ໃນການ​ໄວ້​ອາ​ໄລ​ກໍ​ຈະ​ບໍ່​ມີ​ຄວາມ​ໝາຍຫຍັງ​ເລີຍ!

ຄຳ​ເຫັນ

0