秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາຄານ້ຳມັນເຊື້ອໄຟຢູ່ອາເມຣິກາຖີບຕົວຂຶ້ນສູງສຸດໃນຮອບ 7 ປີທີ່ຜ່ານມາ ເຮັດໃຫ້ມີຄວາມເປັນຫ່ວງວ່າອັດຕາເງິນເຟີ້ຈະເພີ່ມຂຶ້ນ

2021-10-11 17:44:14 cri

ຕາມ CNN ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ ແລະ​​ເຖິງ​ລະ​ດັ​ບ​ສູງ​ສຸດ​ນັ​ບ​ແຕ່​ປີ 2014 ເປັນ​ຕົ້ນ​ມາ ເຊິ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ໃຫ້​ແກ່ກ​ານ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ອາ​ເມ​ຣິ​ກາ. ພ້ອມດຽວ​ກັນ​ນັ້ນ, ລາ​ຄາ​ພະ​ລັງ​ງານທີ່​ຖີບ​ຕົວ​ສູງ​ຂຶ້ນ​ຍັງ​ອາດ​ຈະ​ເຮັດ​ໃຫ້​​ມີຄວາມ​ເປັນ​ຫ່ວງ​ວ່າ​ອັດ​ຕາເງິນ​ເຟີ້​ຢູ່​ອາ​ເມ​ຣິ​ກາ​ຈະເພີ່ມ​ຂຶ້ນຫຼາຍ​ທີ່​ສຸດ​ ເຊິ່ງ​ຈະຫຼາຍກວ່າໄລ​ຍະ 10 ກວ່າ​ປີ​ທີ່​ຜ່ານ​ມາ.

CNN ຍັງ​​ໄດ້ລາ​ຍ​ງານ​ຕື່ມ​ວ່າ: ໃນ​ໄລ​ຍະ​ມໍ່ໆ​ມ​າ​ນີ້, ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ອາ​ເມ​ຣິ​ກາ​ຍັງ​ສືບ​ຕໍ່​ຖີບ​ຕົວ​ສູງ​ຂຶ້ນ. ຕາມ​ຂໍ້​ມູນ​ຈາກ​ສະ​ມາ​ຄົມ​ລົດ​ອ​າ​ເມ​ຣິ​ກາໃຫ້​ຮູ້​ວ່າ: ນັບ​ມາ​ຮອດ​ວັນ​ທີ 7 ຕຸ​ລາ​ນີ້, ລາ​ຄາ​ສະ​ເລ່ຍ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ​ຮອດ 3,24 ໂດລ​າ​ຕໍ່​ກາ​ລອນ, ແຕ່​ເມື່ອ​ໜຶ່ງ​ປີ​ກ່ອນ, ລາ​ຄາ​ສະ​ເລ່ຍ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟ​​ຢູ່​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ມີ​ແຕ່​ປະ​ມານ 2,18 ໂດ​ລາ​ຕໍ່​ກາ​ລອນ​ເທົ່າ​ນັ້ນ.

ຄຳ​ເຫັນ

0