徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ຈະ​ສັກ​ວັກ​​ໂຄວິດ-19 ໃຫ້ແກ່​ກຸ່ມ​ຄົນ​ທີ່​ມີ​ອາ​ຍຸແຕ່ 12 ຫາ 18 ປີ

2021-10-11 16:59:22 cri

ວັນ​ທີ 10 ຕຸ​ລາ​ນີ້, ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ມຽນ​ມາ​ໄດ້​ລາຍ​ງານ​ວ່າ, ມຽນ​ມາ​ຈະ​ເລີ່ມ​ດຳ​ເນີນ​ວຽກ​ງານ​ການ​ສັກ​ວັກ​ຊີນ​​ໂຄວິດ-19 ໃຫ້ແກ່​ກຸ່ມ​ຄົນ​ນັກ​ຮຽນ​ທີ່​ມີ​ອາ​ຍຸແຕ່ 12 ປີ​ຫາ 18 ປີນັບ​ແຕ່​ວັນ​ທີ 12 ຕຸ​ລາ​ນີ້​ເປັນ​ຕົ້ນ​ໄປ, ພ້ອມ​ກັນ​ນັ້ນ​ຈະ​​ວາງແຜນ​ການ​ເປີດ​ການ​ຮຽນ​ການ​ສອນ​ຄືນ​ໃໝ່​ສຳ​ລັບ​ໂຮງ​ຮຽນ​ປະ​ຖົມແລະ​ມັດ​ທະ​ຍົມ​ພາຍ​ໃນ​ປະ​ເທດ​.

 

ຂ່າວ​ແຈ້ງວ່າ: ກະ​ຊວງ​ການ​ສຶກ​ສາກິ​ການ​ມຽນ​ມາ​ມີ​ແຜນ​​ຈະ​ສັກ​ວັກ​ຊີນ​​ໂຄວິດ-19 ງວດ​ທຳ​ອິດແກ່​ນັກ​ຮຽນ​​ມັດ​ທະ​ຍົມ​ຕົ້ນ​ແລະ​ມັດ​ທະ​ຍົມ​ປາຍ​ປະ​ມານ 1 ລ້ານ​ຄົນ. ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ພະ​ຍາດ​ໂຄວິດ-19, ໂຮງ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມພາຍ​ໃນ​ມຽນ​ມາ​ໄດ້​ຢຸດ​ຮຽນ​ມາ​ແຕ່​ວັນ​ທີ 16 ມີ​ນາ​ປີ 2020 ແລ້ວ​ນີ້, ແລະ​ໄດ້​ເປີດ​ຮຽນ​ມາແຕ່​ວັນ​ທີ 1 ມິ​ຖຸ​ນາ​ປີ 2021 , ຫຼັງ​ຈາກ​ນັ້ນ​ຍ້ອນ​​ເກີດມີ​ສະ​ພາບ​ພະ​ຍາດ​ຮອບ​ທີ 3 ແຕ່​ທ້າຍ​ເດືອນ​ພຶດ​ສະ​ພາ​ປີ 2021 ເປັນ​ຕົ້ນ​ມາ​ຈຶ່ງໄດ້​ປິດ​ໂຮງ​ຮຽນ​ທັງ​ໝົດ​ເປັນ​ການ​ຊົ່ວ​ຄາວ​ນັບ​ແຕ່​ວັນ​ທີ 9 ກໍ​ລະ​ກົດ​ຈົນຮອດ​ປັດ​ຈຸ​ບັນ​ນີ້. ຂ່າວ​ແຈ້ງວ່າ, ກະ​ຊວງ​ສຶກ​ສາທິ​ການ​ມຽນ​ມາໄດ້​ມີ​ແຜນ​ການທີ່​ວ່າ: ​ພາຍ​ຫຼັງ​ມີ​ຈຳ​ນວນ​ຄົນ​ນັກ​ຮຽນ​ທີ່​ໄດ້​ສັກ​ວັກ​ຊີນ​ຢູ່​ໂຮງ​ຮຽນ​ບັນ​ລຸຕາມ​ອັດ​ຕາ​ທີ່​ວາງ​ໄວ້​ຈຶ່ງວາງ​ແຜນ​ການ​ເປີດ​ການ​ຮຽນ​ການ​ສອນ​ສຳ​ລັບ​ແລະ​ມັດ​ທະ​ຍົມ​ຄືນ​ໃໝ່​ໃນ​ທ້າຍ​ເດືອນ​ຕຸ​ລາ​ຫຼື​ຕົ້ນ​ເດືອນ​ພະ​ຈິກ​ໜ້າ​ນີ້.

ຄຳ​ເຫັນ

0