李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ກາງ​ຂອງ​ຈີນ​ຈຳ​ໜ່າຍ​ຫຼຽນ​ລະ​ນຶກກອງ​ປະ​ຊຸມອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ​ດ້ວຍ​ຊີ​ວະ​ນາໆ​ພັນ​​ປີ 2020

2021-10-11 15:04:54 cri

ວັນ​ທີ 11 ຕຸ​ລາ​ນີ້, ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ໄດ້​ຈຳ​ໜ່າຍ​ຫຼຽນ​ລະ​ນຶກກອງ​ປະ​ຊຸມອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ​ດ້ວຍ​ຊີ​ວະ​ນາໆ​ພັນ​​ປີ 2020 ຊຸດ​ໜຶ່ງທີ່​ເຮັດ​ດ້ວຍ​ຄຳ​ແລະ​ເງິນ. ຫຼຽນ​ລະ​ນຶກ​ຊຸດ​ນີ້ລວມ​ມີ 2 ຫຼຽນ, ​ຄື: ຫຼຽນ​ລະ​ນຶກ​ທີ່​ເຮັດ​ດ້ວຍ​ຄຳແລະເງິນ​​, ຫຼຽນ​ດັ່ງ​ກ່າວລ້ວນ​ແຕ່​ແມ່ນ​ເງິນ​ຕາ​ທີ່​​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ.

ຫຼຽນ​ລະ​ນຶກ​ຊຸດ​ນີ້ ຮູບ​ດ້ານ​ໜ້າ​ລ້ວນ​ແຕ່​ແມ່ນ​ກາ​ໝາຍຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ, ທັງ​ມີ​ຊື່​ປະ​ເທດ​ແລະ​ປີ. ​ສ່ວນຮູບ​ດ້ານ​ຫຼັງແມ່ນ​ກາ​ສັນ​ຍະ​ລັກຂອງກອງ​ປະ​ຊຸມ​​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ​ດ້ວຍ​ຊີ​ວະ​ນາໆ​ພັນ​​ປີ 2020, ຍັງ​ມີ​ຊື່​ຂອງກອງ​ປະ​ຊຸມ​ສະ​ບັບ​ພາ​ສາ​ຈີນ​ແລະ​ສະ​ບັບ​ພາ​ສາ​ອັງ​ກິດ ພ້ອມ​ດ້ວຍ​ມູນ​ຄ່າ​ຂອງ​ຫຼຽນ​.

ຄຳ​ເຫັນ

0