秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການແຂ່ງຂັນທົດລອງລະດັບສາກົນຄັ້ງທຳອິດສຳລັບງານກິລາໂອລິມປິກລະດູໜາວປັກກິ່ງໄດ້ສິ້ນສຸດລົງແລ້ວ

2021-10-11 17:50:25 cri

ການ​ແຂ່ງ​ຂັນ​ສະ​ກີຄວາມ​ໄວ​ໃນ​ຫົວ​ຂໍ້ “ນັດ​ພົບ​ກັນ​ຢູ່​ປັກ​ກິ່ງ” ເຊິ່ງ​ເປັນ​ການ​ແຂ່ງ​ຂັນ​​ແບບ​ທົດ​ລອງ​ລະ​ດັບ​ສາ​ກົນ​ຄັ້ງ​ທຳ​ອິດ​​ສຳ​ລັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 10 ຕຸ​ລາ​ນີ້, ສະ​ໜາມ​ແລະ​​ເດີ່ນ ​ກິ​ລາ​ໃນ​​ຮົ່ມ​ຂອງ​ງານ​ກິ​ລາ​ຄັ້ງ​ນີ້​ ແມ່​ນ​ມີ​ຄວາມ​ຮັບ​ປ​ະ​ກັນ​ໃຫ້​ແກ່​ການ​ແຂ່ງ​ຂັນໄດ້​ຢ່າງ​ສະ​ດວກ ໂດຍ​ອີງ​ຕາມ​ມາດ​ຕະ​ຖານ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ແລະ ໄດ້​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ​ໄດ້ເປັນ​ຢ່າງດີ.

ການ​ແຂ່ງ​ຂັນ​ສະ​ກີ​ຄວາມ​​ໄວ​ໃນ​ຫົວ​ຂໍ້ “ນັດ​ພົບ​ກັນ​ຢູ່​ປັກ​ກິ່ງ” ໄດ້​ຈັດ​ຂຶ້ນ​ເປັນ​ເວ​ລາ 3 ວັນ ​ໂດຍ​ມີ 12 ລາຍ​ການແຂ່ງ​ຂັນ ​ເຊິ່ງ​ມີ​ນັກ​ກິ​ລາ 20 ກວ່າ​ຄົນ​ຈາກ​ຈີນ, ສ.ເກົາຫຼີ ແລະ ໂຮນ​ລັງ ໄດ້​ເຂົ້າ​ຮ່ວ​ມ​ການ​ແຂ່ງ​ຂັນ. ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ແຂ່ງ​ຂັນ​ສາ​ມາດ​ຈັດ​ຂຶ້ນ​ໄດ້​ຢ່າງ​ສະ​ດວກ, ​ເດີ່ນ​ແຂ່ງ​ຂັນສະ​ກີ​ ​ຄວາມ​ໄວ​ແຫ່ງ​ຊາດ​ຈີນ​​ແມ່ນ​ມີ​ຄ​ວາມ​ຮັບ​ປະ​ກັນ​​ສຳ​ລັບການ​ແຂ່ງ​ຂັນ, ການ​ຈັດ​ແຜນ​ການ​ແຂ່ງ​ຂັນ ແລະ ອື່ນໆ ໂດຍ​ອີງ​ຕາມ​ມາດ​ຕະ​ຖານ​ຂອງ​ການ​ແຂ່ງ​ຂັນ​ໃນງານ​ກິ​ລາ​ໂອ​ລິມ​ປິກ​.

ຄຳ​ເຫັນ

0