李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ທ້າຍ​ສັບ​ປະ​ດາ​ນີ້, ບໍ​ລິ​ສັດ​ການ​ບິນຊາວ​ສ​ເວັ​ສ​ທ໌​ອາ​ເມ​ຣິ​ກາ​ຍົກ​ເລີກ​ຖ້ຽວ​ບິນ​ເກືອບ 2.000 ຖ້ຽວ

2021-10-11 15:12:08 cri

ໜັງ​ສື​ພິມ ເດີ ຮິວ ສະ​ບັບ​ວັນ​ທີ 10 ຕຸ​ລາ​ນີ້​ໄດ້ລາຍ​ງານ​ວ່າ, ບໍ​ລິ​ສັດ​ການ​ບິນຊາວ​ສ​ເວັ​ສ​ທ໌​ອາ​ເມ​ຣິ​ກາ​ໄດ້ຍົກ​ເລີກ​ຖ້ຽວ​ບິນ​ເກືອບ 2.000 ຖ້ຽວ​ໃນ​ວັນ​ທີ 9 ແລະ​ວັນ​ທີ 10 ຕຸ​ລາ​ນີ້ ​ດ້ວຍ​ເຫດ​ຜົນການ​ຄວບ​ຄຸມ​ການ​ສັນ​ຈອນອາ​ກາດ​ແລະ​ສະ​ພາບ​ອາ​ກາດ​ເປັນ​ສາ​ເຫດ.

ຕາມ​ຂ່າວ​ແຈ້ງວ່າ, ຈຳ​ນວນ​ຖ້ຽວ​ບິນ​ທີ່ບໍ​ລິ​ສັດ​ການ​ບິນຊາວ​ສ​ເວັ​ສ​ທ໌​ອາ​ເມ​ຣິ​ກາ ຍົກ​ເລີກ​ໄປ​ນັ້ນ​ແມ່ນກວມ 1 ສ່ວນ 4 ຂອງ​ຖ້ຽວ​ບິນ​​ຕາມ​ແຜນ​ການ​ບິນ. ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​​ຂອງບໍ​ລິ​ສັດ​ການ​ບິນ​ດັ່ງ​ກ່າວ​ໄດ້​ປະ​ກາດ​ວ່າ, ຖ້ຽວ​ບິນ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ປະ​ສົບ​ກັບ​ບັນ​ຫາ​ສະ​ພາບ​ອາ​ກາດ​ທີ່​ຮ້າຍ​ແຮງ​ຢູ່​ສະ​ໜາມ​ບິນ​ລັດ​ຟ​ລໍ​ຣິ​ດາ, ບວກ​ກັບ​ເຂ​ດ​ດັ່ງ​ກ່າວ​ຍັງເກີດມີ​ບັນ​ຫາ​ການ​ຄວບ​ຄຸມ​​ການ​ສັນ​ຈອນ​ອາ​ກາດ, ຈຶ່ງ​​ພາ​ໃຫ້​ຖ້ຽວ​ບິນ​ຖືກ​ເລື່ອນ​ເວ​ລາ​ແລະ​ຍົກ​ເລີກໄປ. ຖະ​ແຫຼງ​ການ​ຍັງ​ກ່າວ​ເນັ້ນ​ວ່າ, ສາ​ເຫດ​ຍົກ​ເລີກ​ຖ້ຽວ​ບິນ​ບໍ່​ມີ​ສ່ວນ​ກ່ຽວ​ພັນ​ເຖິງ​ກິດ​ຈະ​ກຳ​ປະ​ທ້ວງ​ເພື່ອຄັດ​ຄ້ານ​ການ​ສັກ​ວັກ​ຊີນ​ໂຄວິດ-19.

ຄຳ​ເຫັນ

0