ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 9 ຕຸລານີ້, ກອງປະຊຸມແລກປ່ຽນດ້ານວັດທະນະທຳແລະການທ່ອງທ່ຽວລະຫວ່າງຈີນ-ປະເທດເອີຣົບກາງແລະຕາເວັນອອກທີ່ສະມາຄົມມິດຕະພາບກັບຕ່າງປະເທດຂອງປະຊາຊົນແຂວງລຽວນີງ ແລະສູນແລກປ່ຽນວັດທະນະທຳແລະເສດຖະກິດສາກົນແຂວງລຽວນີງຈີນຮ່ວມກັນເປັນເຈົ້າພາບໄດ້ຈັດຂຶ້ນຢູ່ນະຄອນເສິນຢາງຂອງຈີນ. ທ່ານນາງອາເລນກາ ຊຸຮາໂດນນິກ ເອກອັກຄະລັດຖະທູດສະໂລເວນີປະຈຳຈີນ, ທ່ານອີວານ ຄານດິຈັສ ອຸປະທູດແຊກບີປະຈຳຈີນ ແລະທ່ານນາງສົນຈາ ອັນດຣີ ບຸສລິກ ທີ່ປຶກສາວັດທະນະທຳແລະການສຶກສາຂອງສະຖານທູດຮົງກາຣີປະຈຳຈີນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະຕ່າງກໍ່ໄດ້ປາຖະກະຖາເພື່ອແນະນຳສະພາບການພັດທະນາດ້ານວັດທະນະທຳແລະການທ່ອງທ່ຽວຂອງປະເທດຕົນ.
ບັນດາທ່ານທີ່ໄດ້ເຂົ້າຮ່ວມກອງປະຊຸມລ້ວນແຕ່ກ່າວວ່າ: ແຂວງລຽວນີງແລະບັນດາປະເທດເອີຣົບກາງແລະຕາເວັນອອກລ້ວນແຕ່ມີພື້ນຖານວັດທະນະທຳທີ່ຫຼາກຫຼາຍແລະຊັບພະຍາກອນທ່ອງທ່ຽວທີ່ອຸດົມສົມບູນ, ສະນັ້ນຈຶ່ງມີໂອກາດຂອງການຮ່ວມມືທີ່ກວ້າງຂວາງໃນການສືບທອດມໍລະດົກວັດທະນະທຳນາມມະທຳ ການພັດທະນາຊັບພະຍາກອນທ່ອງທ່ຽວ ແລະອື່ນໆ, ຫວັງວ່າປະເທດທີ່ກ່ຽວຂ້ອງຈະຖືເອົາກອງປະຊຸມແລກປ່ຽນຄັ້ງນີ້ເປັນກາລະໂອກາດ, ຊອກຫາຊ່ອງທາງການຮ່ວມມື, ເຮັດໃຫ້ສອງຝ່າຍຕ່າງໄດ້ຮັບຜົນປະໂຫຍດໂດຍຜ່ານການແລກປ່ຽນແລະການຮ່ວມມືດ້ານວັດທະນະທຳແລະການທ່ອງທ່ຽວລະຫວ່າງສອງຝ່າຍ.
ຄຳເຫັນ
0