徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ເຄື່ອນ​ໄຫວວຽກ​ງານ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ຂອງ​ຈີນ​​ເປັນ​ທີ່ຍອມ​ຮັບ​ຈາກ​ສາ​ກົນຢ່າງກວ້າງ​ຂວາງ

2021-10-12 16:19:37 cri

ຕາມ​ຂ່າວCRI:ວັນ​ທີ 11 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ໄລ​ຍະ​ທຳ​ອິດ​ຂອງກອງ​ປະ​ຊຸມ​​ປະ​ເທດ​ພາ​ຄີ​ໃນ “​ສົນ​ທິສັນ​ຍາ​ວ່າ​ດ້ວຍ​ຊີ​ວະ​ນາ​ນາ​ພັນ” ຫຼື COP15 ໄດ້​ຈັດ​ຂຶ້ນຢູ່​ນະ​ຄອນຄຸນ​ໝິງ​ປະ​ເທດ​ຈີນ.

 

ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຜູ້​ຕາງ​ໜ້າ 4000 ກວ່າ​ຄົນ​ທີ່​ມາ​ຈາກ 140 ກວ່າ​ປະ​ເທດ​ເຂົ້າ​ຮ່ວມ​ດ້ວຍ​ຮູບ​ແບບ​ອ໋ອນ​ລາຍ​ແລະ​ອອ​ຟ​ລາຍ​ໃນ​ເວ​ລາ​ດຽວ​ກັນ. ໃນ​ຖາ​ນະ​ເປັນ​ເຈົ້າ​ພາບ​ກອງ​ປະ​ຊຸມ​​ຄັ້ງ​ນີ້, ການ​ເຄື່ອນ​ໄຫວ​ວຽກ​ງານການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ຂອງ​ຈີນທີ່​ປະ​ສົບ​ຜົນ​ສຳ​ເລັດ, ກໍ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ປຶກ​ສາ​ຫາ​ລືທີ່​ພົ້ນ​ເດັ່ນທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.

 

ທ່ານ​​ຄາ​ລອ​ສ ວັດ​ສັນ, ຜູ້​ຕາງ​ໜ້າ​ສຳ​ນັກ​ງານ​ຕົວ​ແທນ​ອົງ​ການອາ​ຫານ​ແລະ​ກະ​ສິ​ກຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ຈີນ​ໄດ້ກ່າວ​ວ່າ: ຄວາມ​ພະ​ຍາ​ຍາມເຄື່ອນ​ໄຫວ​ວຽກ​ງານ​ແລະ​ຜົນ​ສຳ​ເລັດ​ທີ່​ໄດ້​ຮັບໃນ​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ຊີ​ວະ​ນາ​ນາ​ພັນ​ຂອງ​ຈີນ​ເປັນ​ທີ່ຍອມ​ຮັບ​ຈາກ​ສາ​ກົນ. ຢູ່​ປະ​ເທດ​ຈີນ​ນັບ​ແຕ່​ຂັ້ນລັດ​ຖະ​ບານ, ວິ​ສາ​ຫະ​ກິດ​ແລະ​ພາກ​ສ່ວນ​ເອ​ກະ​ຊົນ​ກໍ​ໄດ້ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ.

 

ທ່ານ​ໂມນ​ຊີ ລາວ​ເຣນ ບິ​ລີ, ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຝ​ຣັ່ງ​ປະ​ຈຳ​ຈີນ​ເຫັນ​ວ່າ: ຕະ​ຫຼອດ​ໄລ​ຍະ​ 10 ປີຜ່ານ​ມາ​ນີ້​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ໃນ​ດ້ານ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ, ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ໃນ​ອະ​ນາ​ຄົດ​ຕ້ອງ​ການ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ປະ​ເທດ​ທັງ​ໝົດໃນ​ໂລກ.

ຄຳ​ເຫັນ

0