徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຫວັງ​ໃຫ້ອາ​ເມ​ຣິ​ກາ​ເຮັດ​ຕາມຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຊ່ວຍ​ເຫຼືອ​ວັກ​ຊີນ​ໂດຍ​ໄວ ແຕ່​ບໍ່​ແມ່ນ​ “ເວົ້າ​ແຕ່​ປາກ​ເປົ່າ​ສະ​ຫາວ” ແບບ​ຢູ່​ເລື້ອຍໆ​

2021-10-12 16:18:39 cri

 ຕາມ​ຂ່າວCRI:ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ອາ​ເມ​ຣິ​ກາ​ກ່າວ​ວ່າ​ຈຳ​ນວນ​ວັກ​ຊີນ ​ໂຄວິດ-19 ທີ່​ອາ​ເມ​ຣິ​ກາ​ສະ​ໜອງ​ໃຫ້ແກ່​ທົ່ວ​ໂລກ​ມີຫຼາຍກວ່າ​ຈຳ​ນວນ​ວັກ​ຊີນທັງ​ໝົດ​ທີ່ປະ​ເທດ​ອື່ນໆ​ສະ​ໜອງ​ໃຫ້. ແຕ່​ວ່າ​ຕ່າງ​ກັນ​ກັບ​ຈີນ, ຣັດ​ເຊຍ​ແລະ​ປະ​ເທດ​ອື່ນ, ອາ​ເມ​ຣິ​ກາ​ຈະບໍ່​ສະ​ແຫວງ​ຫາ​ຄ່າຕອບ​ແທນ​ໃດໆ.

 

  ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວທີ່​ຈັດ​ຂຶ້ນ​ໃນ​ຕອ​ນ​ບ່າຍ​ຂອງວັນ​ທີ 11 ຕຸ​ລາ​ນີ້​ວ່າ: ຈີນ​ໄດ້ສະ​ເໜີ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ວ່າ, ວັກ​ຊີນ​ຄວນ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ, ສ້າງ​ຜົນ​ປ​ະ​ໂຫຍດ​ຢ່າງ​ແທ້​ຈິງ​ແລະ​ກວ້າງ​ຂວາງ​ທີ່​ສຸດ​ໃຫ້​ແກ່ມວນ​ມະ​ນຸດໃນ​ທົ່ວ​ໂລກ​ຫຼາຍກວ່າ​ເກົ່າ. ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້​ຈີນ​ໄດ້​ສະ​ໜອງວັກ​ຊີນ 1 ,4 ຕື້ຫຼອດ​ໃຫ້ແກ່ 100 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນແລ້ວ, ຈະ​ພະ​ຍາ​ຍາມ​ໃຫ້ບັນ​ລຸ​ເປົ້າ​ໝາຍ​​ການ​ສະ​ໜອງວັກ​ຊີນ 2 ຕື້​ຫຼອດ​ແກ່​ທົ່ວ​ໂລກ​ໝົດ​ປີ 2021 ນີ້.

 

  ກ່ຽວ​ກັບ​ຖ້ອຍ​ຄຳ​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ຣິ​ກາ, ​ຂ້າ​ພະ​ເຈົ້າ​ພຽງ​ແຕ່​ຢາກ​ເວົ້າ​ວ່າ: ວັກ​ຊີນ​ບໍ່​ຄວນ​ກາຍ​ເປັນ​ເຄື່ອງ​ມື​ໃນ​ການ​ໂຄ​ສະ​ນາ​ດ້ານ​ການ​ເມືອງ​ແລະ​ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ດ້ານ​ການ​ເມືອງ. ຫວັງ​ວ່າ​ອາ​ເມ​ຣິ​ກາ​ຈະ​ເຮັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ໃນ​ການ​ຊ່ວຍ​ເຫຼືອ​ດ້ານວັກ​ຊີນ​ໂດຍ​ໄວ, ແຕ່​ບໍ່​ແມ່ນ​ “ເວົ້າ​ແຕ່​ປາກ​ເປົາ​ແບບ​ສະ​ຫາວ” ກັບ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ເລື້ອຍໆ.

ຄຳ​ເຫັນ

0