李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ ກ່າວ​ວ່າ: ​ສະ​ພາບ​ການ​ດ້ານໄພ​ມະ​ນຸດ​ສະ​ທຳ​ໃນ​ອັ​ຟ​ກາ​ນິ​ສະ​ຖານ​ຄວນໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຈາກ​ທົ່ວ​ໂລກ

2021-10-12 16:31:20 cri

ວັນ​ທີ 11 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບສະ​ພາບ​ການ​ດ້ານ​ມະ​ນຸດ​ສະ​ທຳ​​ຢູ່​ອັ​ຟ​ກາ​ນິ​ສະ​ຖານ. ທ່ານ ກູ​ເຕີ​ເຣັ​ສ ກ່າວ​ວ່າ, ສົງ​ຄາມ​ທີ່​ເກີດ​ຂຶ້ນ​ມາ​ຫຼາຍ​ປີ ​ໄດ້ເຮັດ​ໃຫ້​ກາ​ນ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ແລະ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ​ຊຸດ​ໂຊມ​ລົງ​ຢ່າງ​ຕໍ່​ເນື່ອງ. ຄຽງ​ຄູ່​ກັບ​ຊັບ​ສິນ​ຂອງ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສະ​ຖານ​ຢູ່​ຕ່າງ​ປະ​ເທດ​ຖືກ​ອາ​ຍັດ​ໄວ້, ແລະການ​ຊ່ວຍ​ເຫຼືອ​​ອັ​ຟ​ກາ​ນິ​ສະ​ຖານ​ຂອງ​ສາ​ກົນ​ໄດ້​ຖືກ​ໂຈະ​ໄວ້​ເປັນ​ການ​ຊົ່ວ​ຄາວ, ເສດ​ຖະ​ກິດ​ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ຊຸດ​ໂຊມ​ລົງ​ຢ່າງ​ຕໍ່​ເນື່ອງ. ທ່ານກູ​ເຕີ​ເຣັ​ສ ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ, ເພື່ອ​ໃຫ້​ເສ​ດ​ຖະ​ກິດ​ອັ​ຟ​ກາ​ນິ​ສະ​ຖານ​​ສາ​ມາດ​ເຄື່ອນ​ໄຫວ​ໄດ້, ປ້ອງ​ກັນ​ບໍ່​ໃຫ້​ມັນລົ້ມ​ສະ​ຫຼາຍ, ​ຄວນຊອກ​ຫາ​ຊ່ອງ​ທາງ​ເພື່ອ​ຊ່ວຍ​ເຫຼືອ​ເສດ​ຖະ​ກິດ​ອັ​ຟ​ກາ​ນິ​ສະ​ຖານ​ໃຫ້​ສາ​ມາດ​ຟື້ນ​ຄືນ​ໄດ້.

ພ້ອມ​ກັນ​ນັ້ນ, ທ່ານ ກູ​ເຕີ​ເຣັ​ສ ຍັງ​​ໄດ້ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຕາ​ລີ​ບັນ​ຈົ່ງ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ, ຮັບ​ປະ​ກັນ​ໃຫ້​​ເພດ​ຍິງ​ໃນ​ອັ​ຟ​ກາ​ນິ​ສະ​ຖານ​ສາ​ມາດ​ໄດ້​ຮັບ​ການ​ສຶກ​ສາ​ຢ່າງ​ສະ​ເໝີ​ພາບ​ກັນ, ໃຫ້​ຜູ້​ຍິງ​ມີ​ສິດ​ມີ​ສຽງ​ໃນສັງ​ຄົມ​​ຢ່າງ​ສະ​ເໝີ​ພາບ​ກັນ.

ຄຳ​ເຫັນ

0