徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕາ​ລີ​ບານ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ​ຈະ​ດຳ​ເນີນ​ການ​ສົນ​ທະ​ນາ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ໃນ​ວັນ​ທີ 12 ຕຸ​ລາ​ນີ້

2021-10-12 16:19:09 cri

ຕາມ​ຂ່າວCRI: ວັນ​ທີ 11 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ອາ​ເມຍ ຄານ ມູ​ຕາ​ກີ, ຮັກ​ສາ​ການລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ຊົ່ວ​ຄາວ​ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ກ່າວ​ຢູ່​ນະ​ຄອນ​ຫຼວງ​ໂດ​ຮາ​ກາ​ຕາ​ວ່າ: ຕາ​ລີ​ບານ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ​ຈະ​ດຳ​ເນີນ​ການ​ສົນ​ທະ​ນາ​ກັບ​ສະ​ຫະ​ພາບ​ເອີ​ຣົບຢູ່​ທີ່​ໂດ​ຮາ​ໃນ​ວັນ​ທີ 12 ຕຸ​ລາ​ນີ້. ທ່ານ​ກ່າວ​ວ່າ, ​ຕາ​ລີ​ບານ​ຫວັງ​ວ່າ​ແຕ່​ລະ​ປະ​ເທດ​ໂລກຈະ​ສ້າງ​ຕັ້ງ​ສາຍພົວ​ພັນ​ທີ່​ດີ​ກັບ​ອັ​ຟ​ກາ​ນິ​ສະ​ຖານ, ຕາ​ລີ​ບານ​ຍັງ​ເຊື່ອ​ວ່າ​ການ​ພົວ​ພັ​ນ​ສາ​ກົນ​ທີ່​ມີ​ຄວາມ​ດຸນ​ດ່ຽງຈະ​ສາ​ມາດ​ຊ່ວຍ​ເຫຼືອ​ໃຫ້​ອັ​ຟ​ກາ​ນິ​ສະ​ຖານຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ວຸ້ນ​ວາຍແລະ​ການ​ປັ່ນ​ປ່ວນ. ທ່ານ​ຍັງ​ກ່າວອີກ​ວ່າ: ຕາ​ລີ​ບານ​ກຳ​ລັງ​ດຳ​ເນີນ​ການ​ສົນ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ກັບ​ຫຼາຍ​ປະ​ເທດ, ທ່ານ​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​​ເຢຍ​ລະ​ມັນ​ແລະ​ອັງ​ກິດ​ໃນ​ຫວ່າງ​ມໍ່ໆມາ​ນີ້.

 

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ສິດ​ໃນ​ການ​ສຶກ​ສາ​ຂອງ​ເພດ​ຍິງ​ໃນອັ​ຟ​ກາ​ນິ​ສະ​ຖານ​, ທ່ານ​ມູ​ຕາ​ກີ​ກ່າວ​ວ່າ: ປັດ​ຈຸ​ບັນ​ນີ້​ນັກ​ຮຽນ​ໂຮງ​ຮຽນ​ມັດ​ທະ​ຍົມເພດ​ຍິງ​ຈຳ​ນວນ​ໜຶ່ງ​ຍັງ​ບໍ່​ທັ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ໃຫ້​ໄປ​ໂຮງ​ຮຽນ​ເທື່ອ, ຍ້ອນ​ວ່າ​ສະ​ພາບ​ພະ​ຍາດ​ໂຄວິດ-19 ໄດ້ເປັນ​ໄພ​ຂົ່ມ​ຂູ່ຕໍ່​ຄວາມ​ປອ​ດ​ໄພ​ຂອງ​ນັກ​ຮຽນ​ຍິງ.

ຄຳ​ເຫັນ

0