蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຼັກ​ຖານ​ກ່ຽວ​ກັບ​ບັນ​ຫາ​ຊີ່​ນ​ຈ່ຽງທີ່​ອິດ​ທິ​ກຳ​ລັງຕໍ່​ຕ້ານ​ຈີນ​ຈາກອາ​ເມ​ຣິ​ກາ​ແລະ​ຝ່າຍ​ຕາ​ເວັນ​ຕົກປັ້ນ​ແຕ່ງ​ຂຶ້ນ​ມາບໍ່ມີ​ມູນ​ຄວາມ​ຈິງ​ຈັກ​ໜ້ອຍ

2021-10-12 11:17:50 CRI

     ຕອນ​ເຊົ້າ​ວັນ​ທີ 11 ຕຸ​ລານີ້, ກອງ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ບັນ​ຫາ​ຊີ່ນ​ຈ່ຽງ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.

     ໂດຍ​ແນ​ໃສ່​ບັນ​ຫາ​ທີ່ອິດ​ທິ​ກຳ​ລັງ​ຕໍ່​ຕ້ານຈີນ​ຈາກ​ອາ​ເມ​ຣິ​ກາ​ແລະ​ຝ່າຍ​ຕາ​ເວັນ​ຕົກ​ປັ້ນ​ແຕ່ງ​ຫຼັກ​ຖານ​ຈຳ​ນວນ​ໜຶ່ງ​ຂຶ້ນມາ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ເຂດ​ຊີ່ນ​ຈ່ຽງວ່າ​ມີ​ບັນ​ຫາ​ລະ​ເມີດສິດ​ທິ​ມະ​ນຸດ​ຢ່າງ​ຂະ​ໜາດ​ໃຫຍ່, ທ່ານ​ຊຸຍ​ກຸ້ຍ​ຊ່ຽງ ໂຄ​ສົກ​ອົງ​ການ​ປົກ​ຄອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອຸຍ​ເກີ​ຊີ່ນ​ຈ່ຽງ​ຈີນ​ກ່າວ​ວ່າ: ຫຼັກ​ຖານ​ເຫຼົ່າ​ນີ້​ລ້ວ​ນ​ແຕ່​ບໍ່​ມີ​ຄວາມໜ້າ​ເຊື່ອຖື​, ແມ່ນສ້າງ​ຂຶ້ນ​ບົນ​ພື້ນ​ຖານ​ຂ່າວ​ລື​ທີ່ບໍ່​ມີ​ມູນ​ຄວາມ​ຈິງ, ບໍ່​ສາ​ມາດນຳ​ມາ​ເປັນ​ຫຼັກ​ຖານ​ໄດ້.

     ໂຄ​ສົກ​ທ່ານນີ້​ຍັງ​ຊີ້​ໃຫ້​ເຫັນ​ວ່າ: ຫຼັກ​ຖານ​ຂອງ​ອາ​ເມ​ຣິ​ກາ​ແລະ​ຝ່າຍ​ຕາ​ເວັນ​ຕົກ​ສ່ວນ​ຫຼາຍ​ແມ່ນມາ​ຈາກຂ່າວ​ລື​ຂ່າວ​ປອມ​ທີ່​ສື່ມວນ​ຊົນທີ່ໄດ້​ຮັບ​ການສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ຈາກ​ເຈົ້າ​ໜ້າ​ທີ່​ອາ​ເມ​ຣິ​ການັ້ນ​ຕັ້ງ​ໃຈ​ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນມາ, ຮູບພາບ​ຄ້າຍກັກ​ຂັງ​ຢູ່​ຊີ່ນ​ຈ່ຽງ​ທີ່​ຖ່າຍໂດຍ​ດາວ​ທຽມແລະໄດ້​ເຜີຍ​ແຜ່ໂດຍອົງ​ການ​ຄົ້ນ​ຄວ້າ​ບາງ​ແຫ່ງນັ້ນ, ທີ່​ຈິງ​ແລ້ວ​ແມ່ນ​ໂຮງ​ຮຽນ ສຳ​ນັກ​ງານ ຫົວ​ໜ່ວຍ​ພາ​ລະ​ກິດ ແລະ​ໂຮງ​ໝໍ​ເປັນ​ຕົ້ນ.

     ແຕ່​ວ່າ, ອິດ​ທິ​ກຳ​ລັງຕໍ່​ຕ້ານຈີນ​ຈາກ​ອາ​ເມ​ຣິ​ກາ​ແລະ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງຊ້ຳ​ພັດສົນ​ໃຈນຳ​ແຫຼ່ງ​ຂ່າວ​ເຫຼົ່າ​ນີ້, ​ນີ້​ໄດ້​ຢັ້ງ​ຢືນ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ​ບໍ່​ສົນ​ໃຈ​ນຳ​ຄວາມເປັນ​ຈິງ​ກ່ຽວ​ກັບ​ຊີ່ນ​ຈ່ຽງ, ພຽງ​ແຕ່ຄິດ​ຫາ​ຂໍ້​ອ້າງ​ເພື່ອ​ແຊກ​ແຊງວຽກ​ງານ​ຊີ່ນ​ຈ່ຽງ​ແລະ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ.

ຄຳ​ເຫັນ

0