李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ສຳ​ມະ​ນາ​ກ່ຽວ​ກັບ​ການເລີ່ມ​ອອກ​ອາ​ກາດ​ຂອງ​ຊ່ອງ​ໂອ​ລິມ​ປິກ​ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

2021-10-12 16:28:23 cri

ວັນ​ທີ 11 ຕຸ​ລາ​ນີ້, ງານ​ສຳ​ມະ​ນາ​ຂອງ​ຜູ້​ຊ່ຽວ​ຊານ​ກ່ຽວ​ກັບ​ການເລີ່ມ​ອອກ​ອາ​ກາດ​ຂອງ​ຊ່ອງໂອ​ລິມ​ປິກ​​ສະ​ຖາ​ນີວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ ​ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ຊ່ອງ​ດັ່ງ​ກ່າວ​ແມ່ນ​ຊ່ອງ​ກິ​ລາທີ່​ມີ​ຄວາມຄົມ​ຊັດສູງແບບ 4K ທີ່​ສົ່ງ​ສັນ​ຍານ​ດ້ວຍ​ດາວ​ທຽມແລະລະ​ບົບ​ສາຍ​ຕະ​ຫຼອດ 24 ຊົ່ວ​ໂມງ​ແລະ​ເປັນ​ຊ່ອງ​ທຳ​ອິດ​​ຂອງ​ໂລກ. ທ່ານ ເຊີ້ນ​ຫາຍ​ຊົງ, ຮອງ​ຫົວ​ໜ້າ​ຄະ​ນະໂຄ​ສະ​ນາ​​ອົບ​ຮົມສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຜູ້​ອຳ​ນວຍ​ການ​ໃຫຍ່ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​​ຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ​ດັ່ງ​ກ່າວ, ແລະ​ໄດ້​ສົນ​ທະ​ນາ​ກັບ​ຜູ້​ແທນ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ, ຜູ້​ຊ່ຽວ​ຊານ, ນັກ​ວິ​ຊາ​ການແລະ​ນັກ​ກິ​ລາ​ດີ​ເດັ່ນ​ໃນ​ງານ.

ໃນ​ເວ​ລ​າ​ກ່າວ​ຄຳ​ປາ​ໄສ, ທ່ານ​ເຊີ້ນ​ຫາຍ​ຊົງ​ກ່າວ​ເນັ້ນ​ວ່າ, ການ​ເປີດ​ຊ່ອງ​ໂອ​ລິມ​ປິກ​​ຂອງຈີນ ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ຢ່າງ​ໜຶ່ງ​ຂອງ​ສະ​ຖາ​ນີວິ​ທະ​ຍຸ​ໂທ​ລະ​ພາບ​​ສູນ​ກາງ​ຈີນ​ ໃນ​ການ​ປະ​ຕິ​ບັດ​ຕາມທິດ​ຊີ້​ນຳ​ອັນ​ສຳ​ຄັນ​ຂອງ​ທ່ານ​ສີ​ຈິ້ນ​​ຜີງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ແລະ​​ເປັນ​ການຊຸກ​ຍູ້​ໃຫ້​ກິ​ລາ​ໂອ​ລິມ​ປິກ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢູ່​ຈີນ. ຫຼັງ​ຈາກ​ເລີ່ມ​​ອອກ​ອາ​ກາດ​ແລ້ວ, ໜ້າ​ທີ່​ທຳ​ອິດ​ຂອງ​ຊ່ອງ​ໂອ​ລິມ​ປິກ​ກໍ່​ແມ່ນ​ຮັບ​ໃຊ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວປັກ​ກິ່ງແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ໃຫ້​ໄດ້​ດີ, ເລົ່າ​ເລື່ອງ​ລາວ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກທັງ 2 ເຫດ​ການດັ່ງ​ກ່າວ​ທີ່​ຈັດ​ຂຶ້ນ​ຢູ່​ຈີນ​ໄດ້​ຢ່າງ​ລະ​ອຽດ​ແລະ​ດີ​ງາມ.

ໃນ​ງານ​ສຳ​ມະ​ນາ, ຜູ້​ແທນ​ທີ່​ຮ່ວມ​ງານ​ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​​ກັນ​ຢ່າງ​ລົງ​ເລິກ​ແລະ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນຢ່າງກວ້າງ​ຂວາງ​ ໂດຍ​ປິ່ນອ້ອມ​ຫົວ​ຂໍ້​ຕ່າງໆ, ເຊັ່ນ: ການ​ປະ​ດິດ​ສ້າງ​ເນື້ອ​ໃນ, ການ​ນຳ​ໃຊ້​ເຕັກ​ນິກ, ການ​ສ້າງ​ເວ​ທີ, ການ​ພັດ​ທະ​ນາ​ວຽກ​ງານ​ຂອງ​ຊ່ອງ​ໂອ​ລິ​ມ​ປິກແລະ​ອື່ນໆ.

ຄຳ​ເຫັນ

0