秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງກ່າວວ່າ: ຄວນສ້າງໂລກທີ່ບັນດາປະເທດໃນໂລກພັດທະນາຮ່ວມກັນ

2021-10-12 16:05:52 cri

ຕອນ​ບ່າຍ​ວັນ​ທີ 12 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ, ປະ​ທານ​ປ​ະ​ເທດ​ຈີນ ໄດ້​ເຂົ້າ​ຮ່ວມ ແລະ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ປະ​ເທດ​ພາ​ຄີ​ໃນ “ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ຊີ​ວະ​ນາໆ​ພັນ” ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາ​ດ​ຄັ້ງ​ທີ 15 ຫຼື COP 15 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ ຜ່ານ​ທາງວິ​ດີ​ໂອ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ສ້າງ​ຜົນ​ກະ​ທົບ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອ​ງ​ທົ່ວ​ໂລກ, ການ​ສົ່ງ​ເສີມ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ​ກໍ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່ຫຼວງກວ່າ​ເກົ່າ. ໃນ​ເວ​ລ​າ​ປະ​ເຊີນ​​ກັບ​ສອງ​ໜ້າ​ທີ່​ໃຫຍ່ ຄື ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ​ການ​ອະ​ນຸ​ລັກ​ສິ່ງ​ແວ​ດ​ລ້ອມ, ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ຕ້ອງ​ການ​ການ​ຊ່ວຍ​ເຫຼືອ ແລະ​ການ​ສະ​ໜັບ​ສະ​ໜັບຫຼາຍກວ່າ​ໝູ່. ພວກ​ເຮົາ​ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຮ່ວມ​ກັນ, ເຮັດ​ໃຫ້​ໝາກ​ຜົນ​ການ​ພັດ​ທະ​ນາ ແລະສິ່ງ​ແວດ​ລ້ອມ​ນິ​ເວດທີ່​ດີ​ງາມ ສາ​ມາດ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​​ໄດ້ຫຼາຍກວ່າ​ເກົ່າ ແລະ​ຍຸ​ຕິ​ທຳ​ກວ່າ​ເກົ່າ, ​ຄວນສ້າງ​ໂລກ​ທີ່ບັນ​ດາ​ປະ​ເທ​ດ​ໃນ​ໂລກ​ພັດ​ທະ​ນາ​ຮ່ວມ​ກັນ.

ຄຳ​ເຫັນ

0