徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຂກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ຂອງ CICA ​ຄັ້ງ​ທີ 6 ຢູ່​ກາ​ຊັກ​ສະ​ຖານ

2021-10-13 15:35:31 cri

ຕາມ​ຂ່າວCRI:ວັນ​ທີ 12 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ກອງ​ປະ​ຊຸມ​ວ່າ​ດ້ວຍ​ມາດ​ຕະ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ການ​ປະ​ສານ​ສົມ​ທົບ​ກັນ CICA ຄັ້ງ​ທີ 6 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ນູ​ຊູ​ຕານ​ປະ​ເທດ​ກາ​ຊັກ​ສະ​ຖານ, ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ຫຼັກ​ວ່າ “ຄວາມ​ໝັ້ນ​ຄົງ​ແລະການ​ພັດ​ທະ​ນາ​ແບບ​ຍືນ​ຍົງຂອງ​ທະ​ວີບ​ອາ​ຊີ​ຫຼັງ​ສະ​ພາບ​ພະ​ຍາດ”.

 

ປະ​ເທດ​ສະ​ມາ​ຊິກ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ແລກ​ປ່ຽນ​ຄວາມ​ຄິດເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ດ້ານ​ຕ່າງໆ, ເຊັ່ນ: ສະ​ຖາ​ນະ​ການ​ຄວາມ​ໝັ້ນ​ຄົງຢູ່​ພາກ​ພື້ນ CICA, ການ​ພັ​ດ​ທະ​ນາ​ດ້ານ​ເສດ​ຖະ​ກິດຫຼັງ​ສະ​ພາບ​ພະ​ຍາດ, ການ​ຮັບ​ມື​ກັບ​​ໄພຂົ່ມ​ຂູ່​ແລະ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນ​ຄົງ​​ທີ່​ດັ້ງ​ເດີມ​ແລະ​ບໍ່​ແມ່ນ​ດັ້ງ​ເດີມ, ການ​ປະ​ຕິ​ບັດ​ມາດ​ຕະ​ການ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ແຕ່​ລະ​ຂົງ​ເຂດ​ຂອງ CICA ແລະ​ດ້ານ​ອື່ນໆ.

ຄຳ​ເຫັນ

0