秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປ ຈີນສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ ສປປ ລາວ ຄັ້ງທີ 6 ຕື່ມອີກ 1,000,000 ໂດສ

2021-10-13 17:45:27 cri

ສປ ຈີນສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ ສປປ ລາວ ຄັ້ງທີ 6 ຕື່ມອີກ 1,000,000 ໂດສ_fororder_82aa4e9e4842ba72d5e5ba582a04bed

ວັກຊີນປ້ອງກັນໂຄວິດ-19 (ວັກຊີນຊີໂນຟາມ) ຄັ້ງທີ 6 ຈຳນວນ 1,000,000 ໂດສ ໂດຍລັດຖະບານ ສປ ຈີນໃຫ້ການຊວ່ຍເຫຼືອແກ່ ລັດຖະບານ ສປປ ລາວ ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນວັນທີ 13 ຕຸລາ 2021 ນີ້, ຕາງໜ້າຝ່າຍຈີນມອບໂດຍ ທ່ານ ຈ່ຽງຈ່າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນປະຈໍາ ສປປ ລາວ ແລະຕາງໜ້າຝ່າຍລາວຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດຕອບໂຕ້ໂຄວິດ-19, ພ້ອມດ້ວຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະສອງຝ່າຍລາວ-ຈີນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສປ ຈີນສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ ສປປ ລາວ ຄັ້ງທີ 6 ຕື່ມອີກ 1,000,000 ໂດສ_fororder_129f5a4ec4f75fb101ed09327ac459b

ທ່ານ ກິແກ້ວ ໄຂຄໍາພິທູນ ຕີລາຄາສູງ ແລະສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ, ຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ການຊ່ວຍເຫຼືອອັນບໍລິສຸດ, ຈິງໃຈ, ລ້ໍາຄ່າ, ທັນເວລາ ແລະ ສະເຫມີຕົ້ນສະເຫມີປາຍ ຂອງພັກ, ລັດ ແລະ ປະຊາຊົນຈີນ ເທື່ອນີ້, ທ່ານຍັງຫວ່າວ່າ: ວັກຊີນປ້ອງກັນໂຄວິດ-19 ຈໍານວນ 1,000,000 ໂດສ ໃນຄັ້ງນີ້ ລວມເຖິງວັກຊີນທີ່ ສປ ຈີນ ຊ່ວຍເຫຼືອຜ່ານມາ ຈະສາມາດບັນລຸຄາດຫມາຍສັກວັກແຊັງໃຫ້ປະຊາ ກອນທົ່ວປະເທດ ໄດ້ 50% ຂຶ້ນໄປ ໃນປີ 2021 ເພື່ອຕ້ານ ແລະ ສະກັດກັ້ນໂຄວິດ-19.

ທ່ານ ຈ່ຽງຈ້າຍຕົ່ງ ໄດ້ສະແດງຄວາມເປັນຫ່ວງເປັນໃຍ ໃນສະພາບທີ່ ສປປ ລາວໄດ້ພົບກັບວິກິດຄວາມຫຍຸ້ງຍາກ ແລະການລະບາດຂອງໂຄວິດ-19 ໃນ ສປປ ລາວ ເຮັດໃຫ້ມີຜູ້ຕິດເຊື້ອ ແລະມີຜູ້ເສຍຊີວິດເພີ່ມຂຶ້ນ, ຕໍ່ໜ້າສະພາບການດັ່ງກ່າວ, ທ່ານເອອັກຄະລັດຖະທູດຢືນຢັນວ່າ ສປ ຈີນຈະສືບຕໍ່ຍຶດໝັ້ນຊ່ວຍເຫຼືອ ສປປ ລາວໃນການແກ້ໄຂການລະບາດພະຍາດໂຄວິດ-19 ແລະຈະສະໜອງວັກຊີນໃຫ້ປະເທດລາວໃຫ້ໄດ້ 6,800,000 ໂດສ ພາຍໃນ ປີ 2021 ນີ້ ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍຂອງລັດຖະບານລາວທີ່ຈະສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກັບປະຊາກອນໃຫ້ໄດ້ 50% ໃນປີ 2021 ນີ້.

ສປ ຈີນສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ ສປປ ລາວ ຄັ້ງທີ 6 ຕື່ມອີກ 1,000,000 ໂດສ_fororder_5a834d22e4e2b325ac33ccf413a8cfd

ຕາມຂໍ້ມູນໃຫ້ຮູ້ວ່າ: ສປ ຈີນໄດ້ໃຫ້ການຊ່ວຍເຫຼືອສະເພາະວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ ເປັນຈໍານວນ 6 ຄັ້ງ ນັບແຕ່ຕົ້ນເດືອນກຸມພາ 2021 ເປັນຕົ້ນມາ. ຄັ້ງທໍາອິດແມ່ນ 300,000 ໂດສ, ຄັ້ງທີ 2 ແມ່ນ 500,000, ໂດສ, ຄັ້ງທີ 3 ແມ່ນ 300,000 ໂດສ, ຄັ້ງທີ 4 ແມ່ນ 500,000 ໂດສ, ຄັ້ງທີ 5 ແມ່ນ 1,000,000 ໂດສ ແລະຄັ້ງນີ້ອີກຈໍານວນ 1,000,000 ໂດສ ເຊິ່ງລັດຖະບານຈີນມອບໃຫ້ລັດຖະບານລາວ ລວມທັງກອງທັບ ສປ ຈີນຊ່ວຍເຫຼືອກອງທັບລາວຈໍານວນ 700,000 ໂດສ ເຊິ່ງລວມທັງໝົດແລ້ວມີຢູ່ 4,300,000 ໂດສ.

ສປ ຈີນສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ ສປປ ລາວ ຄັ້ງທີ 6 ຕື່ມອີກ 1,000,000 ໂດສ_fororder_d09d5315da3834994d5c73b884ca8e8

ທ່ານຫົວໜ້າຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ໃນປັດຈຸບັນນີ້, ລວມວັກຊີນທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ ແລະລວມທັງການຊ່ວຍເຫຼືອຈາກຕ່າງປະເທດ, ສປປ ລາວ ມີວັກຊີນທັງໝົດ 6 ລ້ານກວ່າໂດສ ເຊິ່ງໄລຍະຜ່ານມາເຖິງປັດຈຸບັນ ລັດຖະບານລາວໄດ້ສັກວັກຊີນເຂັມທໍາອິດໃຫ້ກັບປະຊາກອນໄດເຖິງ 3,07 ລ້ານກວ່າຄົນ ກວມເອົາ 42%, ໃນນັ້ນ, ມີຜູ້ໄດ້ສັກຄົບສອງເຂັມແລ້ວ 2,23 ລ້ານກວ່າຄົນ ກວມເອົາ 31.2% ແລະລັດຖະບານລາວຍັງຈະສືບຕໍ່ສັກໃຫ້ກັບປະຊາກອນໃຫ້ບັນໄດ້ 50% ຫຼືປະມານ 3,5 ລ້ານກວ່າຄົນ ພາຍໃນປີ 2021 ນີ້.

ຄຳ​ເຫັນ

0