李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບຸກ​ຄົນ​ທີ່​ມີ​ຊື່​ສຽງໃນ​ສາ​ກົນ​ຍ້ອງ​ຍໍ​ມາດ​ຕະ​ການ​ແລະ​ໝາກ​ຜົນ​ການ​ອະ​ນຸ​ລັກ​ ​ຊີ​ວະ​ນາໆ​ພັນ​ຂອງ​ຈີນ​ໃນ​ລະ​ດັບ​ສູງ

2021-10-13 14:30:32 ​cri

ວັນ​ທີ 11 ຕຸ​ລາ​ນີ້, ກອງ​ປະ​ຊຸມປະ​ເທດ​ພາ​ຄີ​ໃນ “​ສົນ​ທິສັນ​ຍາ​ວ່າ​ດ້ວຍ​ຊີ​ວະ​ນາ​ນາ​ພັນ” ຄັ້ງ​ທີ 15 ຫຼື COP15 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງ​ແຂວງ​ຢຸນ​ນານ​ຈີນ. ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂອງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ​ສື່ມວນ​ຊົນ​ທີ່​ມີ​ອິດ​ທິ​ພົນ​ຂອງ​ອິນ​ເດຍ​ໄດ້ ​ຍ້ອງ​ຍໍ​ມາດ​ຕະ​ການ​ແລະ​ໝາກ​ຜົນ​ທີ່​ໄດ້​ຮັບໃນ​ດ້ານ​ການ​ອະ​ນຸ​ລັກ​ຊີ​ວະ​ນາໆ​ພັນ​ຂອງ​ຈີນ​ໃນ​ລະ​ດັບ​ສູງ.

​​ໃນ​ເວ​ລ​າເຂົ້າ​ຮ່ວມ​ພິ​ທີ​ເປີດກອງ​ປະ​ຊຸມ, ທ່ານ​ນາງ ບິດ ທ​ຣັນ​ຄ໌​ມັນ, ຜູ້​ແທນ​​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແລະ​ແຜນ​ການ​ປະ​ຈຳ​ຈີນກ່າວ​ວ່າ, ໃນ​ຍຸກ​ປັດ​ຈຸ​ບັນ, ຈັງ​ຫວະ​ການ​ສູນ​ພັນ​ຂອງ​ຊີ​ວະ​ນາໆ​ພັນ​ໄດ້​ໄວ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ຫວັງ​ວ່າ, ກອງ​ປະ​ຊຸມ​ເທື່ອ​ນີ້ຈະ​ສາ​ມາດ​ສົ່ງ​ຜົນ​​ດີ​ຕໍ່​ການ​ອະ​ນຸ​ລັກຊີ​ວະ​ນາໆ​ພັນໄດ້​ດີ​ເທົ່າ​ກັບກອງ​ປະ​​ຊຸມ​​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທີ່​ປາ​ຣີ ທີ່​ມີ​ຜົນ​ດີຕໍ່​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​.

ທ່າ​ນອ​າ​ບິ​ນັ​ຟ ​ເຈນ, ນັກ​ຂ່າວ​ທີ່​ມີ​ຊື່​ສຽງ​ຂອງ​ສະ​ຖາ​ນີ​ໂທ​ລະ​ພາບ​ຂ່າວ “Live India” ຂອງ​ອິນ​ເດຍ​ກ່າວ​ວ່າ, ໃນ​ປີ​ມໍ່ໆ​ມາ​ນີ້, ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ປ້ອງ​ກັນ​ແລະ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ, ການ​ອະ​ນຸ​ລັກ​​ຊີ​ວະ​ນາໆ​ພັນ​ແລະ​ດ້ານ​ອື່ນໆ​ຂອງ ​ໂລກ. ອິນ​ເດຍ​ກໍ່​ແມ່ນ​ປະ​ເທດ​ທີ່​ມີ​ຊີ​ວະ​ນາໆ​ພັນ​ອຸ​ດົມ​ສົມ​ບູນ, ສອງ​ປະ​ເທດ​ຈີນ-ອິນ​ເດຍ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມືກັນ, ​ສຸມຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊີ​ວິດເຖິງ​ໜ່ວຍ​ໂລກ.

ຄຳ​ເຫັນ

0