李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອ​ງ​ປະ​ຊຸມ​ສຸດຍອດ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ອັ​ຟ​ກາ​ນິ​ສະ​ຖານ​ຂອງ G20 ​ຈັດ​ຂຶ້ນ​ດ້ວຍ​ຮູບ​ແບບ​ວິ​ດີ​ໂອ

2021-10-13 14:53:03 ​cri

ວັນ​ທີ 12 ຕຸ​ລາ​ນີ້, ກອ​ງ​ປະ​ຊຸມ​ສຸດຍອດ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ອັ​ຟ​ກາ​ນິ​ສະ​ຖານ​ຂອງກຸ່ມ​ 20 ປະ​ເທດ​ຫຼື G20 ໄດ້ຈັດ​ຂຶ້ນ​ດ້ວຍ​ຮູບ​ແບບ​ວິ​ດີ​ໂອ.

ທ່ານ ມາ​ຣີ​ໂອ ດ​ຣາ​ກີ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ G20 ​ໄດ້​ເປັນ​ເຈົ້າ​ພາບ​ຈັດກອງ​ປະ​ຊຸມ​, ຜູ້​​ນຳ​ຂອງ​ປະ​ເທດສະ​ມາ​ຊິກ​ G20 ​ແ​ລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ. ທ່ານດ​ຣາ​ກີ​ກ່າວ​ວ່າ, ອັ​ຟ​ກາ​ນິ​ສະ​ຖານ​ກຳ​ລັງ​ຜະ​ເຊີນ​ກັບ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ, G20 ມີ​ໜ້າ​ທີ່​ຮັບ​ຜິດ​ຊ​ອບ​ເພື່ອ​ຊ່ວຍ​ເຫຼືອ​ອັ​ຟ​ກາ​ນິ​ສະ​ຖານ​ຄວບ​ຄຸມ​ສະ​ຖາ​ນະ​ການ​ໃຫ້​ມີ​ຄວາມໝັ້ນ​ທ່ຽງ​ແລະ​​ຊ່ວຍແກ້​ໄຂ​ບັນ​ຫາ. ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢູ່​ອັ​ຟ​ກາ​ນິ​ສະ​ຖານ, ແລະຫຼີກ​ເວັ້ນ​ບໍ່​ໃຫ້​ອັ​ຟ​ກາ​ນິ​ສະ​ຖານ​ກາຍ​ເປັນ​ບ່ອນ​ລີ້​ຊ້ອນຂອງ​ລັດ​ທິ​ກໍ່​ການ​ຮ້າຍ​ສາ​ກົນ.

ຄຳ​ເຫັນ

0