蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ອາ​ເມ​ຣິ​ກາກົດ​​ດັນ​ຈີນ​ດ້ວຍ​ຂໍ້​ອ້າງ “​ການແຂ່ງ​ຂັນ” ຈະ​ບໍ່​ສາ​ມາດ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ຕົນ​ໃນ​ການ​ກີດ​ກັນ​ຈີນ

2021-10-13 16:04:38 CRI

ວັນ​ທີ 6 ຕຸ​ລາ​ນີ້, ຈີນ ແລະ ອາ​ເມ​ຣິ​ກາ​ໄດ້​ຈັດ​ການ​ພົບ​ປະຂັ້ນສູງ​ເປັນ​ຄັ້​ງ​ທີ 3 ໃນ​ປີ​ນີ້​ຢູ່​ນະ​ຄອນ​ຊູ​ຣິກ​ປະ​ເທດ​ສະ​ວິ​ສ. ເມື່ອ​ທຽບ​ໃສ່​ການ​ພົບ​ປະ​​ຂັ້ນ​ສູງ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ສອງ​ຝ່າຍ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມີ​ນາ​ປີ​ນີ້​ ທີ່ສອງ​ຝ່າຍ​ໄດ້​ຖຽງ​ກັນ​ຢ່າງ​ຮຸນ​ແຮງ, ການ​ພົບ​ປະ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ ແລະ ຍິນ​ດີ​ຮ່ວມ​ກັນ​ຊຸກ​ຍູ້​ກາ​ນ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​​ໃຫ້ກັບ​ຄືນ​ສູ່​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ.

ເມື່ອ​ທຽບ​ໃສ່​ການ​ພົບ​ປະ​ສອງ​ຄັ້ງ​ຜ່ານ​ມາ​ແລ້ວ, ທ່າ​ທີ​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ພົບ​ປະ​ຄັ້ງ​ນີ້​ມີ​ການ​ປ່ຽນ​ແປງ ແລະ ກ່າວ​ວ່າ: “ຍິນ​ດີ” ຮ່ວມ​ມື​ກັບ​ຈີນ ເພື່ອ​ຮັບ​ມື​ກັບ “ສິ່ງ​ທ້າ​ທາຍ​ຂ້າມ​ຊາດ​ທີ່​ສຳ​ຄັນ”. ແຕ່​ພາຍຫຼັງ​ການ​ພົບ​ປະ​ກັນ​ຄັ້ງ​ນີ້​ສິ້ນ​ສຸດ​ລົງ​ແລ້ວ, ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ຜ່ານ​ເວັບ​ໄຊ​ຂອງ​ຕົນ​ວ່າ: ຄວນ “ຮັບ​ປະ​ກັນ​ການ​ແຂ່ງ​ຂັນ​​ກັບ​ຈີນ​ຢ່າງມີ​ຄວາມ​ຮັບ​ຜິດ​ຊອບ​”. ທາດ​ແທ້ຂອງ​ມາດ​ຕະ​ການ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ກໍ​ແມ່ນ: ອາ​ເມ​ຣິ​ກາ​ຍັງ​ຄົງ​ໃຊ້​ມາດ​ຕະ​ການ​ກົດ​ດັນ​ຈີນ​ດ້ວຍ​ຂໍ້​ອ້າງ “ການ​ແຂ່ງ​ຂັນ”.

ດັ່ງ​ທີ່​ຜູ້​ແທນ​ຈີນ​ກ່າວ​ໃນ​ເວ​ລາ​ພົບ​ປະ​ກັນ​ວ່າ: ຈີນ​ຄັດ​ຄ້ານ​​ອາ​ເມ​ຣິ​ກາໃຊ້ຄຳ​ສັບ “​ການແຂ່ງ​ຂັນ” ມາ​ກຳ​ນົດ​ຄວາມ​ໝາຍ​​ຂອງການ​ພົວ​ພັນ​ລະ​ຫວ່າງ​ຈີນ​​ກັບອາ​ເມ​ຣິ​ກາ, ແຕ່​ດ້ານ​ໜຶ່ງ, ອາ​ເມ​ຣິ​ກາ​ໄດ້​ກ່າວ​ວ່າ​ຈະ​ຮ່ວມ​ມື​ກັບ​ຈີນ, ​ແຕ່ອີກ​ດ້ານ​ໜຶ່ງ, ພັດ​ສືບ​ຕໍ່​ທຳ​ລາຍ​ຜົນ​ປະ​ໂຫຍດ​ແກນ​ກາງ​ຂອງ​ຈີນ​. ໃນ​​ເວ​ລາພົບ​ປະ​​ກັນ, ອາ​ເມ​ຣິ​ກາ​ໄດ້​ເນັ້ນ​ເຖິງ​ບັນ​ຫາ​ທະ​ເລ​ຈີນ​ໃຕ້, ບັນ​ຫາ​ຮົງ​ກົງ, ບັນ​ຫາ​ໄຕ້​ຫວັນ ແລະ ບັນ​ຫາ​ຊິນ​ຈ່ຽງ, ນີ້​​ເປັນ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ຮ້າຍ​ແຮງ.

ທີ່​ຈິງ​ແລ້ວ, ປະ​ຊາ​ຊົນ​ຈີນ​ໄດ້​​ລື້ງ​ກັບ​ແບບ​ແຜນວິ​ທີ​ເຮັດ​ວຽກແບບ “ນົກ​ສອງ​ຫົວ” ຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ແລ້ວ. ພາຍຫຼັງ​ການ​ພົບ​ປະ​ກັນ​ທີ່​ນະ​ຄອນ​ຊູ​ຣິກ​ຍັງ​ສິ້ນ​ສຸດ​ລົງ​ບໍ່​ເຖິງ 24 ຊົ່ວ​ໂມງ, ທ່ານ​ມາ​ໂກ ອັນ​ໂຕ​ນີ​ໂອ ຣູ​ບີ​ໂອ ສະ​ມາ​ຊິກ​ພັກ​ຣີ​ພັບ​ປ​ລີ​ກັນ​ຂອງ​ອາ​ເມ​ຣິ​ກາ​ກໍ​ໄດ້​ຂຽນ​ຈົດ​ໝາຍ​ເຖິງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຊື້​ຂາຍຫຼັກ​ຊັບ​ອາ​ເມ​ຣິ​ກາ ຫຼື SEC ໂດຍ​ຮຽກ​ຮ້ອງ​ໃຫ້ SEC ສຸມ​ໃສ່​ບັນ​ຫາ​ສິ່ງ​ແວດ​ລ້ອມ ແລະ ບັນ​ຫາ​ການ​ປົກ​ຄອງ​​ໃນສັງ​ຄົມ​ຈີນ. ເລ່​ຫລ່ຽມ​ຕ່າງໆ​ຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ໜ້າ​ຕາ​ອັນ​ຈອ​ມປອມ​ຂອງ​ເຂົາ​ຢ່າງ​ເຕັມ​ສ່ວນ.

ນັບ​ແຕ່​ປີ 2018 ເປັນ​ຕົ້ນ​ມາ, ອາ​ເມ​ຣິ​ກາ​ໄດ້​ເລີ່ມ​ຂຶ້ນ​ພາ​ສີ​ນຳ​ເຂົ້າ​ຢ່າງຫຼວງຫຼາຍ​ຕໍ່​ສິນ​ຄ້າ​ຈີນ​ທີ່​ສົ່ງ​ໄປ​ອາ​ເມ​ຣິ​ກາ, ພາຍຫຼັງ​ມາ, ຍັງ​ໄດ້​ຈັດ​ເອົາບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂັ້ນ​ສູງ​ຕ່າງໆ ເຊັ່ນ: ບໍ​ລິ​ສັດ​ຫົວ​ເຫວີຍ​ເປັນ​ຕົ້ນ ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ກີດ​ກັນ​ຕົວ​ຈິງ ເຊິ່ງ​ເປັນ​ການ​ກົດ​ດັນ​ຈີນ​ແບບ​ເປີດ​ແປນ​. ແຕ່​ສິ່ງ​ທີ່​ເຮັ​ດ​​ໃຫ້​ອາ​ເມ​ຣິ​ກາ​​ຜິດ​ຫວັງ​ກໍ​ແມ່ນ: ທຸກ​ຄັ້ງ​ທີ່ອາ​ເມ​ຣິ​ກາ​​ກົດ​ດັນ​ຈີນ, ​ກໍ​ບໍ່​ສາ​ມາດບັນ​ລຸ​ຈຸດ​ປະ​ສົງ​ໃນ​ການ​ກີດ​ກັ້ນ​ຈີນ. ການ​ເປັນ​ປໍ​ລະ​ປັກ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ​ແລະ​ອາ​ເມ​ຣິ​ກາ ໄດ້​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ ກໍ​ຄືຂອງ​ໂລກ, ​ສຳ​ລັບ​ປະ​ເທດ​ຈີນ​ແລ້ວ, ພັດ​ບໍ່​ໄດ້​ຢຸດ​ຕິ​ການ​ພັດ​ທະ​ນາ​ຕາມ​ຄວາມ​ຄິດ​ຂອງ​ອາ​ເມ​ຣິ​ກາ. ​ອາ​ເມ​ຣິ​ກາ​ໃຊ້​ຄວາມ​ກົດ​ດັນ​ຈີນ, ໄດ້​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຈີນ, ແຕ່​ກໍ​ບໍ່​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ອາ​ເມ​ຣິ​ກາ​ເອງ​ເຊັ່ນ​ກັນ!

ທີ່​ຈິງ​ແລ້ວ, ເປົ້າ​ໝາຍ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຈີນ​ບໍ່​ໄດ້​ສະ​ແຫວງ​ຫາ​ການ​ແຂ່ງ​ກັນ​ກັບ​ອາ​ເມ​ຣິ​ກາ​ຈັກ​ເທື່ອ, ຫາກ​ແຕ່​ຢາກ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ເທົ່າ​ນັ້ນ. ຈີນ​ຍິນ​ດີ​ແຂ່ງ​ຂັນ​ໃນ​ທາງ​ສ້າງ​ສັນ ບົນ​ພື້ນ​ຖານ​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ເປັນ​ທຳ, ຫາກ​ບໍ່​ເຫັນ​ດີ​ນຳ​ອາ​ເມ​ຣິ​ກາ​ໃຊ້​ຄວາມ​ກົດ​ດັນ​​ຈີນ ດ້ວຍ​ຂໍ້​ອ້າງ “ການ​ແຂ່ງ​ຂັນ”. ສັດ​ຕູ​ຂອງ​ອາ​ເມ​ຣິ​ກາ​ຈະ​ບໍ່​ແມ່ນ​ຈີນ, ຫາກ​ແມ່ນ​ຄວາມ​ທະ​ເຍີ​ທະ​ຍານ​ຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ ທີ່​ສະ​ແຫວງ​ຫາ “ລັດ​ທິ​ເຈົ້າ​ໂລກ”. ປະ​ເທດ​ໃດ​ກໍ​ຈະ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ບາດ​ກ້າວ​ເດີນ​ໃນ​ການ​ສະ​ແຫວງ​ຫາ​ຊີ​ວິດ​ທີ່​ດີ​ງາມກວ່າ​ເກົ່າ​ໃຫ້​ກັບປະ​ຊາ​ຊົນ​ຈີນ, ອາ​ເມ​ຣິ​ກາກົດ​ດັນ​ຈີນ​ດ້ວຍ​ຂໍ້​ອ້າງ “ການແຂ່ງ​ຂັນ” ຈະ​ບໍ່​ສາ​ມາດ​ບັນ​ລຸ​ຈຸດ​ປະ​ສົງ​ເປົ້າ​ໝາຍ​ໃນ​ການ​ສະ​ກັດ​ກັ້ນ​ຈີນ​ໄດ້​ຢ່າງ​ແນ່ນອນ.

ຄຳ​ເຫັນ

0