蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ອັນ​ທີ່​ວ່າ“ສານ​ພິ​ເສດ​ອຸຍ​ເກີ”ແມ່ນ​ເຄື່ອງ​ມືຜະ​ລິດ​ຂ່າວ​ລື​ຂ່າວ​ປອມ​ທັງ​ນັ້ນ

2021-10-13 10:58:39 CRI

     ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ: ຫວ່າງ​ກ່ອນນີ້ບໍ່​ດົນ, ສື່​ສັງ​ຄົມ​ອອນ​ລາຍຂອງ​ຕ່າງ​ປະ​ເທດ​ໄດ້​ເປີດ​ເຜີຍ​ຄ່າຕົວ​ໃນ​ການ​ເປັນ​ພະ​ຍານແລະ​ວິ​ທີ​ແບ່ງ​ເງິນ​ໃນ​ການ​ສ້າງ​ເລື່ອງ​ທີ່​ວ່າ“ສານ​ພິ​ເສດ​ອຸຍ​ເກີ”.

     ກ່ຽວ​ກັບ​ເລື່ອງນີ້, ວັນ​ທີ 12 ຕຸ​ລານີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມຂ່າວ​ປະ​ຈຳ​ວ່າ: ອັນ​ທີ່​ວ່າ“ສານ​ພິ​ເສດ​ອຸຍ​ເກີ”ແມ່ນ​ເຄື່ອງມື​ຜະ​ລິດ​ຂ່າວ​ລື​ຂ່າວ​ປອມ​ທັງ​ນັ້ນ. ຕາມຂ່າວ​ແຈ້ງໃຫ້​ຮູ້​ວ່າ ໃນ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດຈຳ​ນວນ 100.700 ​ປອນ ສະ​ກຸນ​ເງິນ​ອັງ​ກິດ, ມີ 43.000  ປອນ​ໄດ້​ຈ່າຍ​ໃຫ້​ພະ​ຍານ​ນາມ​ສະ​ກຸນ​ວາງ​ຄົນ​ໜຶ່ງ ເຊິ່ງ​ເປັນ​ຜູ້​ໄດ້ຮັບ​ສິນ​ບົນ​ຫຼາຍ​ທີ່​ສຸດ. ແຕ່​ຜູ້​ນີ້​ຊ້ຳພັດ​ໄດ້​ປ່ຽນ​ນາມ​ສະ​ກຸນເປັນ​ຈ່ຽງ​ໃນ​ລາຍ​ການ​ຂ່າວ​ຂອງ CNN ຂອງອາ​ເມ​ຣິ​ກາ, ແລະ CNN ກໍ່​ໄດ້​ຮັບ​ຮອງວ່າ, ບໍ່​ສາ​ມາດ​ຢືນ​ຢັນ​ຄວາມ​ເວົ້າ​ຂອງ​ລາວ​ແຕ່​ຝ່າຍ​ດຽວໄດ້.

     ທ່ານ​ຈ້າວ​ລີ້​ຈ່ຽນ​ຊີ້​ໃຫ້​ເຫັນ​ວ່າ: ເຂດ​ຊີ່ນ​ຈ່ຽງ​ຂອງ​ຈີນ​ມີ​ແຕ່​ຈະ​ພັດ​ທະ​ນາໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ, ຫາງສຽງປະ​ຊາ​ຄົ​ມ​ໂລກທີ່​ສະ​ໜັບສະ​ໜູນ​ຈີນ​ຮຽກ​ຮ້ອງ​ໃຫ້​ເບິ່ງ​ນະ​ໂຍ​ບາຍ​ປົກ​ຄອງ​ເຂດ​ຊີ່ນ​ຈ່ຽງ​ຂອງ​ຈີນ​ຢ່າງ​ພາ​ວະ​ວິ​ໄສ​ແລະ​ຍຸ​ຕິ​ທຳ​ນັ້ນກໍ່​ຈະ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ຄຳ​ເຫັນ

0