徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ກັບ​ຕ່າງ​ປະ​ເທດຂອງ​ຈີນ​ໃນ 3 ໄຕ​ມ​າດ​ຂອງ​ປີ 2021 ນີ້ສາ​ມາດ​ຮັກ​ສາ​ຈັງ​ຫວະ​ເຕີບ​ໂຕ​ໄດ້​ດີ​ສົມ​ຄວນ

2021-10-14 16:39:22 CRI

 ຕາມ​ຂ່າວCRI:ວັນ​ທີ 13 ຕຸ​ລາ​ນີ້, ທ່ານ​ຫຼີ​ຄຸຍ​ເວີນ, ໂຄ​ສົກກົມ​ໃຫຍ່​ດ່ານ​ພາ​ສີຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​​ຈັດ​ຂຶ້ນໂດຍ​​ຫ້ອງ​ຖະ​ແຫຼງ​ຂ່າວ​ຂອງ​ຄະ​ນະ​ລັດ​ຖະ​ບານຈີນ​ວ່າ: ໃນ 3 ໄຕ​ມາດ​ຂອງປີ 2021 ນີ້, ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ລະ​ຫວ່າງ​ຈີນ​ກັບ​ຄູ່​ຮ່ວມ​ມື​​ດ້ານການ​ຄ້າ​ຕົ້ນຕໍ​ຂອງ​ຈີນ​ລ້ວນ​ແຕ່​ສາ​ມາດ​ຮັກ​ສາ​ຈັງ​ຫວະ​ເຕີບ​ໂຕໄດ້​ຫຼາຍກວ່າ 10% . ໃນ​ນັ້ນ​ການ​ຄ້າກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ກັບ​ປະ​ເທດ​ຕ່າງໆ​ທີ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ມີ​ການ​ເຕີບ​ໂຕ​ໄວ​ສົມ​ຄວນ.

 

  ທ່ານ​ຫຼີ​ຄຸຍ​ເວີນ​ກ່າວ​ວ່າ, ໃນ 3 ໄຕ​ມ​າດ​ຂອງ​ປີ 2021 ນີ້, ອາ​ຊຽນ, ສ​ະ​ຫະ​ພາບ​ເອີ​ຣົບ, ອາ​ເມ​ຣິ​ກາ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການຄ້າໃຫຍ່​ທີ່​ສຸດ​ຂອງ​ຈີນ, ການ​ຄ້າ​ຂາ​ເຂົ້າ​ຂາ​ອອກລະ​ຫວ່າງ​ຈີນ​ກັບ​ອາຊຽນ​ໄດ້​ບັນ​ລຸ​ເຖິງ 4.080 ຕື້ຢວນ, ເພີ່ມ​ຂຶ້ນ 21,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້; ການ​ຄ້າ​ຂາ​ເຂົ້າ​ຂາ​ອອກລະ​ຫວ່າງ​ຈີນ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ບັນ​ລຸ​ເຖິງ 3880 ຕື້ຢວນ, ເພີ່ມ​ຂຶ້ນ 20,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້;ການ​ຄ້າ​ຂາ​ເຂົ້າ​ຂາ​ອອກລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ​​ໄດ້​ບັນ​ລຸ​ເຖິງ 3.520 ​ຕື້ຢວນ,  ​ເພີ່ມ​ຂຶ້ນ 24,9% ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້. ນອກ​ນີ້, ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ເພີ່ມ​ຂຶ້ນ 23,4%, ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ລະ​ຫວ່າງ​ຈີນ​ກັບ​ຄູ່​​ຮ່ວມ​ມື​ດ້ານ​ການ​ຄ້າ​ຂອງ “​ສັນ​ຍາ​ການ​ພົວ​ພັນ​ຄູ່​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ​ຫຼື RCEP” ໄດ້​ເພີ່ມ​ຂຶ້ນ 19,3%.

ຄຳ​ເຫັນ

0