徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ອົ​ສ​ຕຼ​າ​ລີ​ປະ​ກາດ​ວ່າ​ຈະ​ສົ່ງນັກ​ກິ​ລາ 41 ຄົນ​ເຂົ້າ​ຮ່ວມ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ

2021-10-14 16:38:50 CRI

ຕາມ​ຂ່າວCRI: ວັນ​ທີ 13 ຕຸ​ລາ​ນີ້, ທ່ານ​ຈອນ ດາວ​ລີງ ໂຄດ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ອົ​ສ​ຕຼາ​ລີ​ກ່າວ​ວ່າ, ຄະ​ນະ​ກຳ​ມະ​ການໂອ​ລິມ​ປິກ​ອົ​ສ​ຕຼາ​ລີ​ຈະ​ສົ່ງ​ນັກ​ກິ​ລາ 41 ຄົນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຕ່າງໆ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ອົ​ສ​ຕຼາ​ຣີ​ກໍ​ຈະ​ສົ່ງ​ນັກ​ກິ​ລາ 9 ຄົນ​ແລະ​ຜູ້ພາ​ທາງ 2 ຄົນ​ໄປ​ເຂົ້າ​ຮ່ວມ​ງານກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ. ທ່ານ​​ຈອນ ດາວ​ລີ ໂຄດກ່າວ​ວ່າ: ຄະ​ນະ​ນັກ​ກິ​ລາ​ຈາກ 206 ປະ​ເທດ​ແລະ​ເຂດ​ແຄ້ວນ​ພ້ອມ​ທັງ​ຄະ​ນະ​ຜູ້​ຕາງ​ໜ້າຊາວ​ອົບ​ພະ​ຍົບຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​, ນີ້​ແມ່ນ​ສິ່ງ​ທີ່​ມີ​ຄວາມ​ສຳ​ຄັນ​ຫຼາຍ. ສິ່ງ​ທີ່​ມີ​ຄວາມ​ສຳ​ຄັນ​ຫຼາຍກວ່າ​ນີ້ແມ່ນ​ທົ່ວ​ໂລກ​ລ້ວນ​ແຕ່​ໃຫ້​ຄວາມ​ສົນ​ໃຈ, ເອົາ​ໃຈ​ໃສ່​ຕໍ່​ເຂົາ​ເຈົ້າວ່າ​ຈະ​ສ້າງ​ບັນ​ຍາ​ກາດ​ທີ່​ເຕັມ​ໄປ​ດ້ວຍ​ມິດ​ຕະ​ພາບ, ມີຄວາມ​ເຂົ້າ​ໃຈ, ຄວາມ​ເຄົາ​ລົບ​ແລະ​ຄວາມ​ສາ​ມັກ​ຄີ​ກັນແນວ​ໃດ.

ຄຳ​ເຫັນ

0