秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄ່າອາຍອຸ່ນຂອງຄອບຄົວຊາວອາເມຣິກາໃນລະດູໜາວປີນີ້ ຈະເພີ່ມຂຶ້ນຫຼາຍ ຍ້ອນລາຄາພະລັງງານຖີບຕົວສູງຂຶ້ນ

2021-10-14 16:17:55 cri

ວັນ​ທີ 13 ຕຸ​ລາ​ນີ້, ສຳ​ນັກ​ຂ່າວ​ສານ​​ຣອຍ​ເຕີ​​ໄດ້ລາຍ​ງານ​ວ່າ: ອົງ​ການຂໍ້​ມູນ​ຂ່າວ​ສານ​​ດ້ານພະ​ລັງ​ງານອາ​ເມ​ຣິ​ກາ ຫຼື EIA​ ໄດ້​ຄາ​ດ​ຄະ​ເນ​ວ່າ: ຄ​ຽງ​ຄູ່​ກັບ​ລາ​ຄາ​ພະ​ລັງງານ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ, ຄ່າອາຍ​ອຸ່ນ​ຂອງ​ຄອບ​ຄົວ​​ຊາວອາ​ເມ​ຣິ​ກາ​ໃນ​ລະ​ດູ​ໜາວ​ປີ​ນີ້​ຈະ​ເພີ່ມຂຶ້ນຫຼາຍ. ທ່ານ​ສະ​ຕີ​ຟ ນານ​ເລ, ​ຮັກ​ສາ​ການຫົວ​ໜ້າ​ຜູ້ EIA​ໄດ້ກ່າວ​ວ່າ: ​ຄວາມ​ຕ້ອງ​ການ​ດ້​ານພະ​ລັງ​ງານ​ເພີ່ມ​ຂຶ້ນ ໄດ້​ລື່ນ​ກາຍ​ການ​ສະ​ໜອງ​ພະ​ລັງ​ງານ​ໂດຍ​ລ​ວມ ເຊິ່ງ​ໄດ້​ເຮັດ​ໃຫ້​ລາ​ຄາ​ພະ​ລັງ​ງານ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ​ຖີບຕົວສູງ​ຂຶ້ນ.

ຕາມ​ຂໍ້​ມູນ​ຈາກ​ພ​ະ​ແນກ​ສະ​ຖິ​ຕິ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ຄອ​ບ​ຄົວ​​ຊາວອາ​ເມ​ຣິ​ກາເກືອບເຄິ່ງ​ໜຶ່​ງ​ແມ່ນ​ໃຊ້​​ອາຍ​ອຸ່ນ​ທີ່​ຜະລິດ​ມາ​ຈາກອາຍ​ແກັ​ສ​ທຳ​ມະ​ຊາດ. ແຕ່​ເດືອນ​ຕຸ​ລາ​ປີ​ນີ້ ຫາ​ເດືອນ​ມີ​ນາ​ປີ​ໜ້າ, ຄ່າ​ໃຊ້​ຈ່​າຍສະເລ່ຍຂອງ​ຄອບ​ຄົ​ວ​ເຫຼົ່າ​ນີ້​​ ໃນດ້ານ​ອາຍ​ແກັ​ສ​ທຳ​ມະ​ຊາດ​ຈະ​ເພີ່ມ​ຂຶ້ນ 30% ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນຂອງ​ປີ​ກາຍ​ນີ້ ເຊິ່ງ​ຈະເທົ່າ​ກັບ 746 ໂດ​ລາ​ສະ​ຫະ​ລັດ. ສ່ວນ​ໃນ​ລະ​ດູ​ໜາວ​ຂອງ​ປີ​ກາຍ​ນີ້, ຄ່າ​ໃຊ້​ຈ່າຍ​ດັ່ງ​ກ່າວ​ມີ​ພຽງ​ແຕ່ 537 ໂດ​ລາ​ສະ​ຫະ​ລັດ​ເທົ່າ​ນັ້ນ.

ຄຳ​ເຫັນ

0