尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວ​ເປີດ​ເຜີຍການ​ຕັ້ງ​ຊື່ຂະ​ບວນ​ລົດ​ໄຟ 2 ຂະ​ບວນ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວຊຸດ​ທຳ​ອິດ

2021-10-14 16:24:00 cri

图片默认标题_fororder_微信图片_20211014162328

      ຫວ່າງ​ມໍ່ໆ​ມາ​ນີ້, ລັດ​ຖະ​ບານ​ລາວ​ໄດ້​​ອອກ​ແຈ້ງ​ການ​ກ່ຽວ​ກັບ​ການ​ຕັ້ງ​ຊື່ຂະ​ບວນ​ລົດ​ໄຟ​ໂດຍ​ສານ 2 ຂະ​ບວນ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ຊຸດ​ທຳ​ອິດ. ຂະ​ບວນ​ທຳ​ອິດ​ຕັ້ງ​ຊື່​ວ່າ: “ຂະ​ບວນລ້ານ​ຊ້າງ”, ຂະ​ບວນ​ທີ​ສອງ​​ຕັ້ງ​ຊື່​ວ່າ “​ຂະ​ບວນ​ແຄນ​ລາວ”. “ຂະ​ບວນ​ລ້ານ​ຊ້າງ” ຂະ​ບວນ​ທຳ​ອິດຈະ​ອອກເດີນ​ທາງ​ເຖິງ​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ ສ​ປ​ປ ລາວ​ໃນ​ກາງ​ເດືອນ​ຕຸ​ລາ​ນີ້.

      ໜັງ​ສື​ພິມ​ວຽງ​ຈັນ​ທ້າມ​ສ໌​ຂອງ​ລາວ​ໄດ້​ເປີດ​ເຜີຍ​ພາບ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ການ​ອອກ​ແບບ​ດ້ານນອກ​ຂອງ​ລົດ​ໄຟ “​ຂະ​ບວນ​ລ້ານ​ຊ້າງ” ​ມີ​ຮູບ​ຊົງ​ທີ່​ສາ​ມາດ​ຫຼຸດ​ແຮງ​ກະ​ທົບ​ຈາກ​ຄວາມ​ດັນ​ອາ​ກາດ​ແລະ​ຮູບນອກ​ໄດ້​ປະ​ສົມ​ປະ​ສານ​ສັນ​ຍາ​ລັກ​ຂອງ​ລາວ,ໃຊ້​“​ສີແດງ,ສີຟ້າ ແລະ ​ສີຂາວ” ​ທີ່​ເປັນ​ສີ​ທຸງ​ຊາດ​ຂອງ​ລາວ, ເປັນເອ​ກະ​ລັກ​ພິ​ເສດ​ຂອງ​ລາວ​ທີ່​ສຸດ.

      ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ​ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ຢັ້ງ​ຢືນ​ວ່າ: ທາງ​ລົດ​ໄຟ​ຈີນ-ລາວ​ຈະເປີດ​ບໍ​ລິ​ການ​ໃນ​ວັນ​ທີ 2 ທັນ​ວາ​ປີ​ນີ້​ຕາມ​ເວ​ລາ​ກຳ​ນົດ. ປັດ​ຈຸ​ບັນ, ລັດ​ຖະ​ບານ​ລາວ​ພວມ​ວາງ​ແຜນ​ການ​ເປີດ​ບໍ​ລິ​ການ​ແລະ​ດຳ​ເນີນ​ງານ​ທີ່​ສອດ​ຄ່ອງ​ກັບ​ເງື່ອນ​ໄຂການ​ຈັດ​ຕັ້ງປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ຜູ້​​ໂດຍ​ສານ​ທີ່​ກ່ຽວ​ຂ້ອງ.

ຄຳ​ເຫັນ

0