尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ເທດອິນ​ເດຍ​ເລີ່ມ​ມອດໄຟ​ຢູ່​ຫຼາຍ​ແຫ່ງເພື່ອ​ຈຳ​ກັດ​ການ​ໃຊ້​ໄຟ​ຟ້າ

2021-10-14 16:24:55 cri

      ເນື່ອງ​ຈາກ​ການ​ຂາດ​​ແຄນ​ຖ່ານ​ຫີນ​ຢູ່​ທົ່ວ​ປະ​ເທດ​ອິນ​ເດຍ, ໂຮງ​ຜະ​ລິດ​ໄຟ​ຟ້າ​ຢູ່​ແຫ່ງ​ຕ່າງ​ໆ​ຂອງ​ອິນ​ເດຍ​ໄດ້​ຮັບ​ຜົນ​ກະ​ທົບ​ແລະ​​ຂາດ​ແຄນ​ໄຟ​ຟ້າ.
 

      ໃນ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້,ຢູ່​ຫຼາຍ​ເຂດ​ຂອງ​ລັດ​ບີ​ຮາ​ໄດ້​ມອດ​ໄຟເປັນ​ເວ​ລາ​ທັງ​ໝົດ​ຫຼາຍກວ່າ 10 ຊົ່ວ​ໂມງ​ແລ້ວ. ບໍ​ລິ​ສັດ​ສະ​ໜອງ​ໄຟ​ຟ້າ​ຢູ່​ລັດ​ບີ​ຮາ​ ​ໄດ້​ຊື້​ໄຟ​ຟ້າ​ໃນ​ຕະ​ຫຼາດ​ດ້ວຍ​ລາ​ຄາ 20 ຣູ​ບີ​ຕໍ່​ກິ​ໂລ​ວັດ​ໂມງ,​ເຊິ່ງ​ສູງກວ່າ​ລາ​ຄາ​ປົກ​ກະ​ຕິ​​ທີ່​ລັດ​ຖະ​ບານ​ອິນ​ເດຍ​ກຳ​ນົດ 3 ເທົ່າ.
 

      ການ​ສະ​ໜອງ​ໄຟ​ຟ້າ​ຢູ່​ລັດ​ອຸດ​ຕາຣ​າ​ຄານ​ທາງ​ພາກ​ເໜືອ​ຂອງ​ອິນ​ເດຍ​ກໍ່​ບໍ່​ພຽງ​ພໍ, ​ການ​ຂາດ​ແຄນ​ໄຟ​ຟ້າ​ຢູ່​ທົ່ວ​ລັດ​ໃນ​ວັນ​ທີ 13 ຕຸ​ລາ​ນີ້​ມີ​ເຖິງ 1,7 ລ້ານ​ກິ​ໂລ​ວັດ​ໂມງ, ບໍ​ລິ​ສັດ​ສະ​ໜອງ​ໄຟ​ຟ້າ​ທ້ອງ​ຖິ່ນ​ກ່າວ​ວ່າ: ຢູ່​ບາງ​ເຂດ​ຈະ​ມີ​ການ​​ມອດ​ໄຟ​ເພື່ອຈຳ​ກັດ​ການ​ໃຊ້​ໄຟ​ຟ້າ.
 

      ​ຢູ່ລັດ​ມາ​ຮາ​ຣັ​ສ​ຕ​ຣາເຊິ່ງ​ເປັນ​ທີ່​ຕັ້ງ​ຂອງ​ນະ​ຄອນ​ມູມ​ບາຍ​​ສູນ​ກາງ​ການ​ເງິນ​ອິນ​ເດຍໄດ້​ມີ​ໂຮງ​ຜະ​ລິດ​ໄຟ​ຟ້າ 13 ແຫ່ງ​ໄດ້ຢຸດ​ເຮັດ​ວຽກ​ແລ້ວ​ຍ້ອນ​ຂາດ​ແຄນ​ຖ່ານ​ຫີນ,ບໍ​ລິ​ສັດ​ຜະ​ລິດ​ໄຟ​ຟ້າ​ກໍ​ໄດ້​ຊື້​ໄຟ​ຟ້າ​ຈາກ​ເຂດ​ອື່ນ​ດ້ວຍ​ລາ​ຄາ​ເພີ່ມ​ຂຶ້ນ 3 ເທົ່າ​ຂອງ​ລາ​ຄາ​​ປົກ​ກະ​ຕິເພື່ອ​ສືບ​ຕໍ່​ສະ​ໜອງ​ໄຟ​ຟ້າ.

ຄຳ​ເຫັນ

0