徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ວິ​ຊ​າ​ການ​ຂອງອິນ​ເດຍ​ກ່າວ​ວ່າ​ບົດ​ຮຽນ​​ສຳ​ເລັດ​ຜົນຂອງ​ຈີນ​ໃນ​ການ​ປົວ​ແປງ​ສິ່ງ​ແວດ​ລ້ອມ​​ໜ້າ​ຖອດ​ຖອນນຳ

2021-10-15 15:45:27 cri

ຕາມ​ຂ່າວCRI:ກອງ​ປະ​ຊຸມ​​ປະ​ເທດ​ພາ​ຄີ​ໃນ “ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ຊີ​ວະ​ນາ​ນາ​ພັນຄັ້​ງ​ທີ 15 ​”ຫຼື COP15 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ພວມໄດ້​ໄຂ​​ຢູ່​ນະ​ຄອນ​ຄຸ່ນ​ໝິງ​ແຂວງ​ຢູນ​ໜານ​ຈີນ. ທ່ານດຣ. ວິ​ຄາ​ສ ຄູ​ມາ, ນັກ​ວິ​ຊາ​ການ​ອິນ​ເດຍ​ທີ່​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ຈີນ​ເປັນ​ເວ​ລາ​ຫຼາຍ​ປີ​​ໄດ້​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ວ່າ: ປັດ​ຈຸ​ບັນ​ນີ້​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ຈີນ​ນັບ​ມື້​ນັບ​ດີຂຶ້ນກວ່າ​ເກົ່າ, ​ການ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ຢ່າງ​ສຳ​ເລັດ​ຜົນ​ຂອງ​ຈີນ​ເປັນ​ຕາ​ຖອດ​ຖອນ​​ບົດ​ຮຽນ​ນຳສຳ​ລັບ​ອິນ​ເດຍ.

 

  ທ່ານດ​ຣ. ວິ​ຄາ​ສ ຄູ​ມາ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ໃນ​ລະ​ດັບ​ສູງ​ຕໍ່​ແນວ​ຄວາມ​ຄິດ​ກ່ຽວ​ກັບ​ຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດ​ຂອງ​ທ່ານ​ປະ​ທ່ານ​ສີ​ຈິ້ນ​ຜີງ, ແລະ​ເຫັນ​ວ່າ​ສາ​ເຫດ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ເດັ່ນ​ຊັດ​ໃນ​ການ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ. ກໍ​ຍ້ອນວ່າ​ປະ​ຕິ​ບັດ​ຕາມແນວ​ຄວາມ​ຄິດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ປະ​ຊາ​ຊົນ​ຈີນໄດ້​ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ, ທົ່ວ​ປະ​ເທດໄດ້​ອອກ​ແຮງ​ປະ​ຕິ​ບັດຢ່າງ​ສຸດ​ຂີດ.

 

  ທ່ານ​ວິ​ຄາ​ສ ຄູ​ມາ​ກ່າວ​ວ່າ, ບັນ​ຫາ​​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ຢູ່ອິນ​ເດຍ​ມີ​ຄວາມໜັກ​ໜ່ວງສົມ​ຄວນ, ອິນ​ເດຍ​ສາ​ມາດ​ຖອດ​ຖອນ​ບົດ​ຮຽນ​ສຳ​ເລັດ​ຜົນ​ໃນ​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ. ຈີນ​ແລະ​ອິນ​ເດຍ​ຄວນ​ແລ​ກປ່ຽນບົດ​ຮຽນ​ກັນ, ນຳເອົາ​ຈຸດ​ດີ​ຂອງ​ຜູ້​ອື່ນ​ມາ​ຕາບ​ຈູນ​ຂໍ້​ບົກ​ຜ່ອງ​ຂອງ​ຕົນ, ເຊິ່ງ​ເປັນ​ການເພີ່ມ​ທະ​ວີ​ການ​ຮ່ວມ​ມືກັນ.

ຄຳ​ເຫັນ

0