蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍ​ເຖິງງານ​ວາງ​ສະ​ແດງ​ແລະ​ຊື້​ຂາຍສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຈີນ​ຄັ້ງ​ທີ 130

2021-10-15 11:13:36 CRI

     ວັນ​ທີ 14 ຕຸ​ລານີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງງານ​ວາງ​ສະ​ແດງ​ແລະ​ຊື້​ຂາຍສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຈີນ​ຄັ້ງ​ທີ 130.

     ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ງານ​ວາງ​ສະ​ແດງ​ແລະ​ຊື້​ຂາຍສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຈີນ​ໄດ້​ຈັດ​ຂຶ້ນ​ເປັນ​ເວ​ລາ 65 ປີ​ມານີ້, ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ກັບ​ວຽກ​ງານ​ການ​ຄ້າ​ສາ​ກົນ ເປັນການຊຸກ​ຍູ້ການ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ ແລະ​​ຊຸກ​ຍູ້​ໃຫ້ເສ​ດ​ຖະ​ກິດ​ມີ​ການ​ພັດ​ທະ​ນາ. ປະ​ຈຸ​ບັນ​ນີ້, ເສ​ດ​ຖະ​ກິດ​ການ​ຄ້າ​ຂອງໂລກ​ພວມ​ປະ​ເຊີນ​ກັບ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ. ງານວາງ​ສະ​ແດງ​ແລະ​ຊື້​ຂາຍສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຈີນຕ້ອງ​ປະ​ກອບ​ສ່ວນການ​ສ້າງ​ຮູບ​ແບບ​ພັດ​ທະ​ນາ​ອັນ​ໃໝ່, ປະ​ດິດ​ສ້າງ​ກົນ​ໄກ​ໃໝ່, ເພີ່ມ​ເນື້ອ​ໃນແລະ​ບົດ​ບາດ​ໃຫ້​ຫຼາຍ​ຂຶ້ນ, ພະ​ຍາ​ຍາມເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ມັນ​ໃຫ້​ກາຍ​ເປັນ​ເວ​ທີ​ສຳ​ຄັນ​ຂອງ​ຈີນ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ ​ຊຸກ​ຍູ້​ການ​ຄ້າ​ສາ​ກົນ​ໃຫ້​ມີ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ ແລະ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ການ​ເຄື່ອນ​ໄຫວເສດ​ຖະ​ກິດ​ທີ່​ຖືພາຍ​ໃນເປັນ​ຫຼັກ​ແ​ລະ​ສາ​ກົນ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ໃຫ້​ສາ​ມາດເຊື່ອມ​ຈອດ​ກັນ. ຈີນ​ຍິນ​ດີ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ, ປະ​ຕິ​ບັດ​ຕາມ​ລັດ​ທິ​ຫຼາຍ​ຝ່າຍ​ຢ່າງ​ແທ້​ຈິງ, ຊຸກ​ຍູ້​ການ​ສ້າງ​ເສດ​ຖະ​ກິດໂລກທີ່​ມີ​ລະ​ດັບ​ສູງແລະ​ເປີດ​ປະ​ຕູ.

ງານວາງ​ສະ​ແດງ​ແລະ​ຊື້​ຂາຍສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຈີນ​ຄັ້ງ​ທີ 130 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນກວາງ​ໂຈ່ ແຂວງກວາງ​ຕຸ້ງ​ປະ​ເທດ​ຈີນ​ໃນ​ວັນ​ທີ 14 ຕຸ​ລານີ້ ໂດຍ​ມີ​ຫົວ​ຂໍ້​ຫຼັກທີ່​ວ່າ“ຊຸກ​ຍູ້​ການ​ເຄື່ອນ​ໄຫວເສດ​ກິດ​ທີ່​ຖືພາຍ​ໃນເປັນ​ຫຼັກ​ແລະ​ສາ​ກົນຊ່ວຍ​ຊູ​ຍູ້​ໜູນ​ກັນ” ເຊິ່ງແມ່ນ​ກະ​ຊວງ​ການ​ຄ້າ​ຈີນ​ແລະ​ອົງ​ການ​ປົກ​ຄອງ​ປະ​ຊາ​ຊົນ​ແຂວງກວາງ​ຕຸ້ງ​ເປັນ​ເຈົ້າ​ພາບ​ຮ່ວມ​ກັນ.

ຄຳ​ເຫັນ

0