徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຜີຍ​ແຜ່ “ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ວຽກ​ງານຄົມ​ມະ​ນາ​ຄົມ​ແບບ​ຍືນ​ຍົງ​ຂອງ​ຈີນ”

2021-10-15 15:44:06 cri

ຕາມ​ຂ່າວCRI:ກອງ​ປະ​ຊຸມ​ວຽກ​ງານ​ຄົມ​ມະ​ນາ​ຄົມ​ແບບ​ຍືນ​ຍົງທົ່ວ​ໂລກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​​ປະ​ເທດຈີນ​ແຕ່​ວັນ​ທີ 14 ຫາ​ວັນ​ທີ 16 ຕຸ​ລາ​ນີ້. ເວັບ​ໄຊ​ທາງ​ການ​ຂອງກອງ​ປະ​ຊຸມ​​ດັ່ງ​ກ່າວ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ວຽກ​ງານຄົມ​ມະ​ນາ​ຄົມ​ແບບ​ຍືນ​ຍົງ​ຂອງ​ຈີນ”ໃນ​ວັນ​ທີ 14 ຕຸ​ລາ​ນີ້. ຕາ​ໜ່າງ​ພື້ນ​ຖານ​ໂຄງ​ລ່າງ​​ຄົມ​ມະ​ນາ​ຄົມ​ສັງ​ລວມມີ​ຄວາມ​ສົມ​ບູນ​ນັບ​ມື້​ນັບ​ຫຼາຍກວ່າ​ເກົ່າ, ລະ​ດັບ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ເຕັກ​ໂນ​ໂລ​ຊີ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ການ​ປ່ຽນ​ຮູບ​ແບບ​ການ​ພັ​ດ​ທະ​ນາເປັນ​ແບບສີ​ຂຽວແລະ​ ກາກບອນ​ຕ່ຳ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ເດັ່ນ​ຊັດ, ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ສາ​ກົນ​ໄດ້​ກ້າວ​ເຂົ້າ​ສູ່ລວງ​ເລິກ​ຢ່າງ​ຕໍ່​ເນື່ອງ, ເປັນ​ການປະ​ກອບສ່ວນ​ສ້າງ​ປະ​ຊາ​ຄົມຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ….ຄົມມະ​ນາ​ຄົມ​ຂອງ​ຈີນ​ຕ້ອງ​ສ້າງ​ເງື່ອນ​ໄຂ​ພື້ນ​ຖານ​ໃຫ້​ດີ​ເພື່ອ​ການ​ພັດ​ທະ​ນາເສດ​ຖະ​ກິດ​​ແຫ່ງ​ຊາດ, ທັງ​ແມ່ນ​ການປະ​ກອບ​ສ່ວນ​ສະ​ຕິ​ປັນ​ຍາ​ຂອງ​ຈີນ, ກຳ​ລັງ​ແຮງ​ຂອງ​ຈີນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາແບບ​ຍືນ​ຍົງ​ຂອງ​ໂລກກໍ່​ຄື​ການ​ປະ​ກອບ​ສ່ວນສ້າງ​ປະ​ຊາ​ຄົມຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0