徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ມີ​ຄວາມໝັ້ນ​ໃຈ​ວ່າ​ສາ​ມາດ​ຈັດງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ໄດ້​ຢ່າງ​ໜ້າ​ຊົມ​ແລະມ່ວນ​ຊື່ນ​ໃຫ້​ກັບ​ທົ່ວ​ໂລກ

2021-10-15 15:44:59 cri

ຕາມ​ຂ່າວCRI:ວັນ​ທີ 13 ຕຸ​ລາ​ນີ້, ທ່ານ​ຈອນ ໂຄດ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ: ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຈະ​ບໍ່​ນຳ​ໃຊ້​ອັນ​ທີ່ເອີ້ນ​ວ່າ “ບົດ​ລາຍ​ງານດ້ານ​ສິດ​ທິ​ມະ​ນຸດ” ເພື່ອ​ກົດ​ດັນ​ຈີນ​ທີ່ເຊິ່ງ​ເປັນ​ເຈົ້າ​ພາບ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປີ 2022, ຍ້ອນ​ວ່າ​ການ​ອອກ​ຄຳ​ສັ່ງ​​ໃດໆ​ຕໍ່ປະ​ເທດ​ທີ່​ມີ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ບໍ່ຢູ່​ໃນ​ຂອບ​ເຂດອຳ​ນາດ​​ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ, ການ​ຄັດ​ຄ້ານ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຂອງ​ປະ​ເທດ​ໃດໆ​ລ້ວນ​ແຕ່​ບໍ່​ມີ​ຄວາມ​ໝາຍ.

 

  ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຈ້າ​ວ​ລີ້​ຈ່ຽນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອ​ງ​ປະ​ຊຸມ​ຂ່າວ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 14 ຕຸ​ລາ​ນີ້​ວ່າ: ພວກ​ເຮົາ​ຂໍສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ທ່າ​ທີ​ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິ​ກ. ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ປະ​ຊ​າ​ຄົມ​ໂລກ​ຄັດ​ຄ້ານ​​ການ​ຫັນ​ກິ​ລາ​ເປັນ​ບັນ​ຫາການ​ເມືອງ, ຄວນຮ່ວມກັນ​ສະ​ແດງ​ນ້ຳ​ໃຈ​ໂອ​ລິມ​ປິກ​ທີ່​ມີ​ຄວາມ​ສາ​ມັກ​ຄີ​ໃຫ້ຫຼາຍກວ່າ​ເກົ່າ, ເດີນ​ໄປ​ສູ່​ອະ​ນາ​ຄົດ​ທີ່ຮ່ວມ​ມືກັນ​ບົນ​ພື້ນ​ຖານການຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ແລະ​ຮ່ວມ​ທຸກ​ຮ່ວມ​ສຸກ​ນຳ​ກັນ. ຈີນ​ມີ​ຄວາມໝັ້ນ​ໃຈ​ວ່າ​ສາ​ມາດ​ຈັດງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ທີ່​ໜ້າ​ຊົມ, ປອດ​ໄພ​ແລະມ່ວນ​ຊື່ນ​ໃຫ້​ກັບ​ທົ່ວ​ໂລກໄດ້.

ຄຳ​ເຫັນ

0