李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລີ່ມ​​ຊ້ອມ​ຮົບ​ຮ່ວມລະ​ຫວ່າງ​ຈີນ​-​ຣັດ​ເຊຍທີ່​ມີ​ຫົວ​ຂໍ້​ວ່າ “ການ​​ຊ້ອມ​ຮົບ​ຮ່ວມ​ເທິງ​ທະ​ເລ-2021”

2021-10-15 15:00:13 cri

ຕອນ​ບ່າຍ​ວັນ​ທີ 14 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ພິ​ທີ​ຊ້ອມ​ຮົບ​ຮ່ວມລະ​ຫວ່າງ​ຈີນ​-​ຣັດ​ເຊຍ ທີ່​ມີ​ຫົວ​ຂໍ້​ວ່າ “ການ​​ຊ້ອມ​ຮົບ​ຮ່ວມ​ເ​ທິງ​ທະ​ເລ-2021” ໄດ້​ຈັດ​ຂຶ້ນ​ຢູ່​ເຂດ​ທະ​ເລ​ໃກ້​ກັບ​ອ່າວ ປີ​ເຕີ ຂອງ​ຣັດ​ເຊຍ. ຂ່າວ​ແຈ້ງວ່າ, ໃນການ​ຊ້ອມ​ຮົບ​ເທື່ອ​ນີ້, ສອງ​ຝ່າຍ​ຈີນ​​ແລະ​ຣັດ​ເຊຍ​ຈະ​ສົ່ງ​ກຳ​ປັ່ນ​ຮົບ​ຫຼາຍ​ແບບ​ຫຼາຍ​ລຳ​ເຂົ້າ​ຮ່ວມ.

“ການ​​ຊ້ອມ​ຮົບ​ຮ່ວມ​ເ​ທິງ​ທະ​ເລ-2021” ​ໃນ​ຮູບ​ແບບຕ່າງໆ ແມ່ນ​ການ​ຊ້ອມ​​ຮົບ​ເທິງ​ທະ​ເລ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ພາຍ​ໃນ​ຂອບ​ສອງ​ຝ່າຍ​ຈີນ-ຣັດ​ເຊຍ. ໂດຍ​ຜ່ານ​ການ​ຊ້ອມ​ຮົບ​ຮ່ວມ​ເທິງ​ທະ​ເລ​ເປັນ​ເວ​ລາ​ຫຼາຍ​ປີ, ສອງ​ຝ່າຍ​ໄດ້​ສ້າງ​ຮູບ​ແບບ​​ແລະວິ​ທີ​ການ​ປະ​ຕິ​ບັດ​ການ​ຊ້ອມ​ຮົບ​ຮ່ວມ​ ທີ່​ອ່າວ​ສົມ​ບູນ​ແບບ​ແລະ​ເປັນ​ລະ​ບຽບ ​ໄດ້​ເປັນ​ກ້າວໆ, ການ​ຊ້ອມ​ຮົບ​ຮ່ວມ​ເທິງ​ທະ​ເລ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ ໄດ້​ກາຍ​ເປັນ​ເວ​ທີ​ຮ່ວມ​ມື​ແລະ​ຊ່ອງ​ທາງ​ການ​ແລກ​ປ່ຽນ ​​ທີ່​ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ກັນດ້ານ​ຍຸດ​ທະ​ສາດ​ການ​ທະ​ຫານ​​ຂອງສອງ​ປະ​ເທ​ດ​ສອງກອງ​ທັບ​ໃຫ້​ສູງ​ຂຶ້ນ​, ເປັນ​ການເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ກອງ​ທັບ​ເຮືອ​ຂອງສອງ​ປະ​ເທດ​, ​ເປັນ​ການ​ຝຶກ​ແອບ​ແລະ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ຢູ່​ເ​ທິງ​ທະ​ເລ.

ຄຳ​ເຫັນ

0